ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ

ຊາວຫວຽດນາມ ສະໜັບສະໜູນມາດຕະການຮັບມືກັບພະຍາດ

ຫວ່າງແລ້ວນີ້, ອົງການພັດທະນາ ສປຊ (UNDP) ປະຈໍາຫວຽດນາມ ປະກາດຜົນງານກວດກາສັງຄົມໂດຍ UNDP ແລະສະຖາບັນຄົ້ນຄວ້າພັດທະນາແມ່ນໍ້າຂອງ (MDRI) ປະຕິບັດດ້ວຍການຊ່ວຍເຫຼືອຂອງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໂດຍຊີ້ໃຫ້ເຫັນວ່າຊາວຫວຽດນາມ ສ່ວນຫຼາຍໄດ້ຕີລາຄາສູງ, ສະໜັບສະໜູນມາດຕະການຮັບມືກັບພະຍາດໂຄວິດ-19 ຂອງລັດຖະບານຢ່າງແຮງ.