ຮອງປະທານປະເທດລາວ  ຕ້ອນຮັບ  ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ຮອງປະທານປະເທດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.

ທ່ານ​ຮອງ​ປະ­ທານ​ປະເທດຍ້ອງຍໍສັນລະເສີນຜົນງານນັກກີລາບານເຕະຍິງທີມຊາດລາວ

ທ່ານ​ຮອງ​ປະ­ທານ​ປະເທດຍ້ອງຍໍສັນລະເສີນຜົນງານນັກກີລາບານເຕະຍິງທີມຊາດລາວ

ທ້າຍອາທິດແລ້ວນີ້, ທີ່​ທຳ​ນຽບ​ປະ­ທານ​ປະ­ເທດ ທ່ານ ພັນ​ຄຳ ວິ­ພາ​ວັນ ຮອງ​ປະ­ທານ​ປະ­ເທດ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ຄະນະ​ນັກ­ກີ­ລາ​ບານ­ເຕະ​ຍິງ ທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 15 ປີ ເຊິ່ງ​ນຳ­ພາ​ຄະ­ນະ​ໂດຍ​ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໃນ​ໂອ­ກາດ​ສຳ­ເລັດ​ການ​ເຂົ້າ​ຮ່ວມ ແຂ່ງ­ຂັນ​ບານ­ເຕະ​ຊີງ​ແຊັມ​ອາ​ຊຽນ ທີ່​ປະ­ເທດ​ໄທ.