ຍສໝ - ວັນທີ 25 ຕຸລາ, ໃນຂອບເຂດຂອງພິທີເປີດລົງນາມ ອະນຸສັນຍາຂອງສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານອາຊະຍາກຳໃນໂລກອອນໄລນ (ອະນຸສັນຍາຮ່າໂນ້ຍ), ມີການຈັດກອງປະຊຸມສົນທະນາຂ້າງເຄີຍພາຍໃຕ້ຫົວຂໍ້ “ບົດບາດຂອງແພລດຟອມອອນໄລນ໌ໃນການປົກປ້ອງເດັກນ້ອຍແລະໄວລຸ້ນຈາກອາຊະຍາກຳໃນໂລກອອນໄລນ” ໂດຍຈາກ ສະຫະພັນ ຄວາມເຊື່ອໝັ້ນດີຈິຕອນ ແລະ ກົມຄວາມປອດໄພໃນໂລກອອນໄລນ ແລະ ການປ້ອງກັນອາຊະຍາກຳໃຊ້ເທັກໂນໂລຊີສູງ (A05, ກະຊວງຕຳຫຼວດ) ເປັນຜູ້ເປັນເຈົ້າພາບ, ງານນີ້ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຕົວແທນຂອງອົງການບໍລິຫານ, ອົງການສາກົນ, ແພລດຟອມເທັກໂນໂລຊີ ແລະ ຊຸມຊົນນັກສ້າງສັນ.
ຍສໝ - “ໃນຄວາມມານະພະຍາຍາມເພື່ອສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພ ແລະ ມີປະສິດທິຜົນໃຫ້ເດັກນ້ອຍ, World Vision International ຢູ່ ຫວຽດນາມ ຍາມໃດກໍ່ສຸມໃສ່ໃນບັນດາວິທີທີ່ເຂົ້າເຖິງການເົອາເດັກນ້ອຍເປັນໃຈກາງ. World Vision ພິເສດຖືເປັນສຳຄັນລາຍການສຶກສາທັກສະດິຈິຕອນຮອບດ້ານ ເພື່ອໃຫ້ເດັກນ້ອຍທັງຮູ້ຈັກວິທີປ້ອງກັນຕົນເອງ ແລະ ທັງສາມາດນຳໃຊ້ອິນເຕີເນັດຢ່າງສ້າງສັນ. ພ້ອມກັນນັ້ນ, ກໍ່ມີສະຕິເຖິງບົດບາດເປັນເຈົ້າການຂອງຕົນໃນການສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພ ແລະ ມີປະສິດທິຜົນ".
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະມາຄົມອິນເຕີເນັດຫວຽດນາມ ໄດ້ສົມທົບກັບບັນດາອົງການຈັດຕັ້ງຕ່າງໆ ຈັດເຫດການວັນອິນເຕີເນັດຫວຽດນາມ ປີ 2021 ດ້ວຍຫົວຂໍ້ “ຟື້ນຟູ ແລະບຸກທະລຸໃນຍຸກແຫ່ງຂໍ້ມູນ”.
ຍສໝ - ນາຍົກລັດຖະມົນຕີຫວຽດນາມ ມອບໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ຮັບເອົາການປະກອບຄວາມເຫັນຈາກບັນດາກະຊວງ, ອົງການ, ເພື່ອປັບປຸງແຜນຮ່າງໄລຍະ 2015-2020 ໃຫ້ສົມບູນ.
ຍສໝ - ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ, ທ່ານ ເວືອງດິ່ງເຫວ້ ໄດ້ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈົ່ງຊ່ວຍນະຄອນຮ່າໂນ້ຍໃນການສ້າງຍຸດທະສາດ,ວາງແຜນ ຫັນເປັນດີຈີຕອນກາຍເປັນສູນກາງແຫ່ງຄວາມປອດໄພທາງເຄືອຂ່າຍອິນເຕີເນັດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.