ຂຸດຄົ້ນ ແລະ ກູ້ຊ່ວຍອັດຖິເສຍສະຫຼະຊີວິດເພື່ອຊາດ ໄດ້ຫຼາຍກວ່າ 1.300 ສະຫາຍ ຫຼັງຈາກຜ່ານຜ່າ 111 ວັນ ແລະ ຄືນ
ພາຍຫຼັງ 111 ວັນ ແຫ່ງການຜັນຂະຫຍາຍບັ້ນຮົບ "500 ວັນ ແລະ ຄືນ ຊຸກຍູ້ການຈັດຕັ້ງປະຕິບັດການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ", ກໍາລັງປະຕິບັດງານຂອງຂະແໜງການກ່ຽວຂ້ອງ ສາມາດຂຸດຄົ້ນ ແລະ ກູ້ຊ່ວຍອັດຖິໄດ້ຫຼາຍກວ່າ 1.300 ສະຫາຍ, ເກັບຕົວຢ່າງອັດຖິຈາກຂຸມຝັງສົບຫຼາຍກວ່າ 27.000 ຂຸມ ແລະ ເລັ່ງລັດຄວາມຄືບໜ້າໃນການເກັບກູ້ລະເບີດ, ເພື່ອຫັນເປົ້າໝາຍໃນການນຳເອົາອັດຖິຂອງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ຄອບຄົວ ແລະ ສະຫາຍຮ່ວມຮົບ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.