ຍສໝ - ທີ່ຕັ້ງຂອງແມ່ຍິງຫວຽດນາມ ຢູ່ອັງກິດ ໄດ້ຮັບຄວາມຖືເປັນສຳຄັນທີ່ສຸດ ແລະ ມີຫຼາຍຄົນໄດ້ກາຍເປັນຈຸດພົ້ນເດັ່ນໃນສັງຄົມ ແລະ ບັນລຸໄດ້ຜົນສຳເລັດທີ່ເປັນໜ້ານັບຖື, ທ່ານນາງ ຮ່ວາງຫາຍຮ່າ ປະທານສະມາຄົມແມ່ນຍິງບັນດາປະເທດ ອັງກິດ - ຫວຽດນາມ ແບ່ງປັນກັບນັກຂ່າວວາລະສານຍຸກສະໄໝ.
ຍສໝ - ຫວຽດນາມມີທ່າໄດ້ປຽບໃນຕະຫຼາດອັງກິດ ແລະ ບັນດາວິສາຫະກິດສົ່ງອອກຫວຽດນາມ ພວມນຳໃຊ້ບັນດາທ່າໄດ້ປຽບດັ່ງກ່າວໄດ້ເປັນຢ່າງດີ. ນັ້ນແມ່ນການຕີລາຄາຂອງທ່ານ ຫງວຽນແກ໋ງເກື່ອງ, ທີ່ປຶກສາຝ່າຍການຄ້າ, ຫ້ອງການການຄ້າຫວຽດນາມ ປະຈຳ ອັງກິດ ໃນການພົບປະແລກປ່ຽນກັບນັກຂ່າວຫວຽດນາມ ຢູ່ ລອນດອນ.
ໃນໄລຍະ 70 ປີແຫ່ງການຄຸ້ມຄອງ, ພະລາຊິນີ ໄດ້ນຳພາປະເທດອັງກິດພັດທະນາ, ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ເນັ້ນໜັກເປົ້າໝາຍຍຸດທະສາດກ່ຽວກັບການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ພັດທະນາຕະຫຼາດການເງິນ, ການບໍລິການ, ການຫັນປ່ຽນພະລັງງານ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ຂອງບັນດາປະເທດສະມາຊິກສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດ (COP26).
ຍສໝ - ຫວ່າງແລ້ວນີ້, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດໄດ້ໃຫ້ການຕ້ອນຮັບທ່ານ Matthew Rycroft, ລັດຖະມົນຕີກະຊວງພາຍໃນອັງກິດ.
ຍສໝ - ຫວ່າງມໍ່ໆມານີ້, ວາລະສານ Vogue (ອັງກິດ) ໄດ້ໄລ່ລຽງ 29 ເຍື່ອງອາຫານທີ່ແຊບ, ເຊິ່ງແຂກທ່ອງທ່ຽວຕ້ອງຊິມເມື່ອມີໂອກາດແວ່ຢາມ ຫວຽດນາມ.
ຍສໝ - ທີ່ການພົບປະແລກປ່ຽນໃນເວລາອັນສັ້ນໆ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກເຖິງການປະກອບສ່ວນພິເສດຂອງທ່ານເອກອັກຄະລັດຖະທູດ ອັງກິດ ໃນໄລຍະດຳລົງຕຳແໜ່ງ 4 ປີຢູ່ ຫວຽດນາມ. ຍ້ອນຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ, ການຮ່ວມມືທີ່ເປັນມູນເຊື້ອ ແລະ ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ ແລະ ອັງກິດ ໄດ້ຮັບການພັດທະນາ ແລະ ສະໜິດຕິດພັນກ່ວາເວລາໃດໝົດ.
ຍສໝ - ວັນທີ 30 ມິຖຸນາ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Kenneth Atkinson ປະທານ Britcham ພ້ອມກັບຜູ້ຕາງໜ້າບາງກຸ່ມບໍລິສັດ, ກອງທຶນລົງທຶນຂອງອັງກິດ ທີ່ພວມດຳເນີນການທຸລະກິດ ຢູ່ຫວຽດນາມ.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອັງກິດ John Mcfall ແລະ ທ່ານ ປະທານສະພາຕ່ຳ Linsay Hoyle, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການໃນລະຫວ່າງວັນທີ 28 - 30 ມິຖຸນາ.
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ຕອນເຊົ້າວັນທີ 5 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ”.
ຍສໝ - ຫວຽດນາມ ແລະ ອັງກິດ ສືບຕໍ່ປະຕິບັດ “ສັນຍາຊ່ວຍເຫຼືອດ້ານກົດໝາຍລະຫວ່າງສອງປະເທດ”, “ບົດບັນທຶກຊ່ວຍຈຳກ່ຽວກັບບັນດາບັນຫາອົບພະຍົບ”, ພິເສດແມ່ນການແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.
ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນລັດຖະສະພາອັງກິດ Alok Kumar Sharma, ປະທານກອງປະຊຸມບັນດາຄູ່ຮ່ວມມືໃນກອບສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ກ່ຽວຂ້ອງກັບທິດທາງບູລິມະສິດໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງ COP26.
ຍສໝ - ການແຂ່ງຂັນ Nova Cup London 2021 ມີການເຂົ້າຮ່ວມຂອງ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳອັງກິດ ແລະ ອຽກລັງ ຫງວຽນຮ່ວາງລອງ, ຜູ້ຕາງໜ້າສະໂມສອນ ຮ່ວາງຊາ - ເຈື່ອງຊາ ຢູ່ໂປໂລຍ ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ເຂົ້າຮ່ວມ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວາງດ້າວເກືອງ ໄດ້ຕີລາຄາສູງ ການໜູນຊ່ວຍຂອງສະພາອັງກິດໃນການສົມທົບ ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳ ວັດທະນະທຳ.
ຍສໝ - ຕອນບ່າຍວັນທີ 1 ພະຈິກ (ຕາມເວລາ ທ້ອງຖິ່່ນ), ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະສອງຝ່າຍກັບ ທ່ານນາງ Elizabeth Truss ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາອັງກິດ.
ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.
ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ COP 26 ສະແດງໃຫ້ເຫັນສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບປະຊາຄົມສາກົນ ແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.