COPI ຊ່ວຍເຫຼືອເດັກນ້ອຍແຂວງ ຟຸຖໍ້ ທີ່ຕິດເຊື່ອໂຄວິດ-19
ຍສໝ - ວັນທີ 22 ກຸມພາ, ຢູ່ທີ່ພະແນກສາທາລະນະສຸກແຂວງ ຟຸຖໍ້ , ຕາງໜ້າອົງການຈັດຕັ້ງ Children of Peace International (COPI/ອາເມລິກາ) ປະສານສົມທົບກັບພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຟຸຖໍ້ ມອບເຄື່ອງຊ່ວຍເຫຼືອເປັນຢາບຳລຸງ 1.150 ຕຸກ ໃຫ້ແກ່ພະແນກສາທາລະນະສຸກ ເພື່ອຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນພື້ນທີ່ແຂວງ ຟຸຖໍ້.