ຍສໝ - ນີ້ແມ່ນຕົວເລກທີ່ໄດ້ປະກາດໃນການສະຫຼຸບ ແລະ ແບ່ງປັນບັນດາຕົວແບບຜົນສຳເລັດຂອງໂຄງການ “ຍົກສູງຄຸນນະພາບການສຶກສາໃຫ້ເດັກດ້ອຍໂອກາດຢູ່ຫວຽດນາມ - ໄລຍະ 3 (2022-2025)” ຈັດຕັ້ງໂດຍ ອົງການຊ່ວຍເຫຼືອເດັກນ້ອຍ, ກົມຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ (ກະຊວງການສຶກສາ ແລະ ບຳລຸງສ້າງ) ໃນວັນທີ 16 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ສຸຂະພາບເກີດຈະເລີນພັນບໍ່ພຽງແຕ່ເປັນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງເປັນພື້ນຖານໃຫ້ແກ່ການພັດທະນາສັງຄົມແບບຍືນຍົງ. ຢູ່ຫວຽດນາມ, ອົງການອະນຸເຄາະເດັກນ້ອຍ ໄດ້ນຳເອົາການປ່ຽນແປງໃນທາງບວກຜ່ານບັນດາໂຄງການເພື່ອຍົກສູງຄວາມຮັບຮູ້, ຄວາມຮູ້, ປ່ຽນແປງພຶດຕິກຳ ແລະ ປັບປຸງການບໍລິການຮັກສາສຸຂະພາບເກີດແມ່ແຜ່ລູກ. ດ້ວຍເຫດນີ້ຈຶ່ງສ້າງພື້ນຖານໃຫ້ແກ່ການສ້າງເດັກນ້ອຍທີ່ມີສຸຂະພາບແຂງແຮງ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ.
ຍສໝ - ໃນວັນທີ 26 ແລະ 27 ກຸມພາ, ອົງການ ChildFund ໄດ້ຜັນຂະຫຍາຍໂຄງການ “ໜູນຊ່ວຍການຟື້ນຟູຫຼັງພາຍຸ Yagi” ຢູ່ສອງເມືອງ ຫງວຽນບິ່ງ ແລະ ຮ່າກວາງ (ແຂວງ ກາວບັ່ງ). ໂຄງການດັ່ງກ່າວແມ່ນໄດ້ຮັບການປະຕິບັດດ້ວຍແຫຼ່ງທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ຜ່ານ ChildFund New Zealand.
ຍສໝ - ຫຼາຍກວ່າທົດສະວັດຕິດພັນກັນກັບເຂດພູດອຍ ລາວກາຍ, ອົງການຊ່ວຍເຫຼືອເດັກນ້ອຍ ໄດ້ຊ່ວຍປັບປຸງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ຄອບຄົວນັບສິບພັນຄົນ. ບັນດາຄວາມກ້າວໜ້າດ້ານການສຶກສາ ແລະ ການແພດທີ່ອົງການນຳມານັ້ນ ໄດ້ ແລະ ພວມສ້າງການປ່ຽນແປງແບບຍືນຍົງໃຫ້ປະຊາຊົນຢູ່ທີ່ນີ້.
ຍສໝ - ໃນລະຫວ່າງ 2 ວັນແຕ່ວັນທີ 4-5 ພະຈິກ, ປະຊາຊົນຫຼາຍພັນຄອບຄົວຢູ່ແຂວງ ອຽນບ໋າຍ ເຊິ່ງແມ່ນບັນດາຄົນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພະຍຸເລກທີ 3 (Yagi) ກໍ່ໄດ້ຮັບການໜູນຊ່ວຍຈາກລາຍການຊ່ວຍເຫຼືອສຸກເສີນໂດຍອົງການຊ່ວຍເຫຼືອເດັກສົມທົບກັບບັນດາຄູ່ຮ່ວມມື.