ຍສໝ - ໃນລະຫວ່າງວັນທີ 6-7 ສິງຫາ, ຢູ່ ກ່າເມົາ, ອົງການ CARE ສາກົນ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ກ່າເມົາ ຝຶກອົບຮົມ, ແນະນຳ, ຕິດຕາມ ແລະ ຕີລາຄາໂຄງການ 8 “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ”.
ໃນວັນທີ 19 ມີນາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ອົງການອາຫານໂລກ ແລະ ອົງ ການພັດທະນາສາກົນ ອາເມລິກາ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດໂຄງ ການ ໃນການສ້າງຄວາມສາມາດ ກຽມຄວາມພ້ອມ ໃຫ້ການຊ່ວຍເຫລືອ ຫລຸດຜ່ອນຄວາມສ່ຽງ ໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນສປປ ລາວ ໃນມູນຄ່າ 750.000 ໂດລາສະຫະລັດ. ໂດຍມີທ່ານ ກິນດາວົງ ຫລວງລາດ ຮອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ມາຮອດປັດຈຸບັນ, ສະພາບພະຍາດໂຄວິດ-19 ຢູ່ນະຄອນຫຼວງຮ່າໂນ້ຍ, ບັນດາທ້ອງຖິ່ນໃກ້ຄຽງ ແລະໃນທົ່ວປະເທດ ສາມາດຄວບຄຸມໄດ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ຕ້ອນຮັບປີໃໝ່ປະຈໍາຊາດທີ່ໃກ້ຈະມາເຖິງນີ້ຢ່າງປອດໄພ.
ຕອນຄ່ຳວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ຄະນະກຳມະການວຽກງານກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ຈັດຕັ້ງການພົບປະສັງສັນກັບອົງການຕາງໜ້າການທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານເນື່ອງໃນໂອກາດບຸນເຕັດ.
ໃນວັນທີ 13 ກໍລະກົດ ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນຢູ່ ສປປ ລາວ ໄດ້ລົງໄປຢ້ຽມຍາມການປະຕິບັດວຽກງານຂອງ ເຈົ້າໜ້າທີ່ລາວຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ່ໜຶ່ງ ເພື່ອເປັນການກະຕຸກຊຸກຍູ້ໃນການປະຕິບັດໜ້າທີ່ຢ່າງເຂັ້ມງວດຕໍ່ບັນຫາລັກລອບຄ້າຂາຍຢາເສບຕິດລະຫວ່າງປະເທດ.