ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລີ່ມດຳເນີນການເຄື່ອນໄຫວຕາມຮູບແບບໃໝ່.
ຍສໝ - ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກາດບັນດາມະຕິກ່ຽວກັບວຽກງານພະນັກງານ. ຕາມນັ້ນແລ້ວ, ອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີຄະນະ, ຫົວໜ່ວຍຂຶ້ນກັບ 19 ແຫ່ງ, ໄດ້ເລີ່ມດຳເນີນການເຄື່ອນໄຫວຕາມຮູບແບບໃໝ່ແຕ່ວັນທີ 1 ກໍລະກົດ 2025.