ການຮ່ວມມືວິໄຈຮ່ວມກັນໃນລະດັບທົ່ວໂລກ ລະຫວ່າງ ຫວຽດນາມ - ອຽກລັງ

ການຮ່ວມມືວິໄຈຮ່ວມກັນໃນລະດັບທົ່ວໂລກ ລະຫວ່າງ ຫວຽດນາມ - ອຽກລັງ

ຍສໝ - ໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງສາດສະດາຈານ, ປອ ເລຫາຍບິ່ງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງຜູ້ນຳນວຍການປະຈຳການສະຖາບັນ ໄດ້ມີພິທີຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານນາງ Deirdre Ní Fhallúin, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອຽກລັງ ປະຈຳ ຫວຽດນາມ ເພື່ອກວດກາຄືນບັນດາໝາກຜົນແຫ່ງການຮ່ວມມືທວິພາຄີ ແລະ ສົນທະນາກ່ຽວກັບບັນດາທິດທາງການຮ່ວມມືຈຸດສຸມ ພາຍໃດໄລຍະແຫ່ງການພັດທະນາໃໝ່.

ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ

ທ່ານຮອງປະທານປະເທດ ຕ້ອນຮັບ ທູດອຽກລັງເຂົ້າຢ້ຽມອຳລາ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ແຄັດ ໂມຣານ (Ms. Cait Moran) ເອກອັກຄະລັດຖະທູດ ແຫ່ງປະເທດ ອຽກລັງ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ເມື່ອ ຕອນເຊົ້າວັນທີ 27 ມິຖຸນານີ້ ທີ່ທຳນຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ຮ່າໂນ້ຍ ສສ. ຫວຽດນາມ.