ຍສໝ - “ດ້ວຍແນວທາງການພົວພັນຕ່າງປະເທດທີ່ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາກຫຼາຍ, ນະໂຍບາຍສະເໝີສະເໝີປາຍໃນການສະໜັບສະໜູນການຕ້ານການແຜ່ລາມອອກ ໄປສູ່ຂະບວນການປົດອາວຸດນິວເຄຼຍຮອບດ້ານ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຮ່ວມເດີນທາງພ້ອມກັບຂະບວນການສັນຕິພາບ ແລະ ປະຊາຊົນຍີ່ປຸ່ນ ແລະ ຊາວໂລກທີ່ຮັກຫອມສັນຕິພາບ, ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາຄວາມມານະພະຍາຍາມລົບລ້າງກຳລັງອາວຸດນິວເຄຼຍ”.
ຍສໝ - ກອງປະຊຸມປະຈໍາປີຂອງຄະນະກໍາມະການຫຼຸດຜ່ອນອາວຸດສະຫະປະຊາຊາດ (UNDC) ພວມດໍາເນີນຢູ່ນະຄອນນິວຢອກ, ອາເມລິກາ ແລະຄາດວ່າຈະແກ່ຍາວເຖິງວັນທີ 22 ເມສາ. ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລື 2 ເນື້ອໃນຕົ້ນຕໍແມ່ນ ອາວຸດນິວເຄຼຍ ແລະບັນຫາອະວະກາດໃນດ້ານການຫຼຸດຜ່ອນອາວຸດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ, ໃນວັນທີ 27 ສິງຫາ ກອງປະຊຸມຄົບຄະນະສະຫະປະຊາຊາດ ໄດ້ຈັດກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງອາວຸດນິວເຄຼຍໃນວັນທີ 29 ສິງຫາ.
ຍສໝ - ກ່າວຄຳເຫັນ ທີ່ກອງປະຊຸມປຶກສາຫາລືກ່ຽວກັບສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT), ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຂງແຮງຂອງ ຫວຽດນາມ ສຳລັບການປະຕິບັດ ອາວຸດນິວເຄຼຍ ໃນທັງສາມຂົງເຂດ, ເຊິ່ງນັ້ນແມ່ນຫ້າມເຜີຍແຜ່ອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະນໍາໃຊ້ພະລັງງານນິວເຄຼຍໃຫ້ແກ່ເປົ້າໝາຍສັນຕິພາບ.