ຝູເທາະ: ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເມື່ອງ ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

ຝູເທາະ: ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເມື່ອງ ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ເຕິນ​ເຊີນ, ​ແຂວງ ຝູເທາະ ​ໄດ້​ຈັດ​ຕັ້ງພິທີ​ປະກາດ ​ແລະ ມອບ​ມະຕິຕົກລົງນຳ “ອາຊີບຫັດຖະກຳ​ພື້ນ​ເມືອງ - ອາຊີບ​ຕ່ຳແຜ່ນແພພື້ນເມືອງ​ຂອງ​ຊາວ​ເຜົ່າ ​ເມື່ອງ ຢູ່ຕາແສງ ກິມ​ເທື້ອ​ງ ​ແລະ ຕາແສງ ຊວນ​ດາຍ” ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸລະດັບຊາດ, ​ຮັບ​ຮອງບັນດາແຫຼ່ງທ່ອງ​ທ່ຽວ​ຢູ່​ຕາ​ແສງ ຊວນ​ດາຍ ​ແລະ ​ເປີດ​ງານ​ບຸນ​ວັດທະນະທຳ ​ແລະ ກິລາ​ຂອງ​ເມືອງ ​ປີ 2024.

ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ

ອາຊີບຕ່ຳຜ້າພື້ນເມືອງຫັດຖະກຳຢູ່ ເປີນິງ, ຕາແສງລັງ, ແຂວງກວາງນາມ: ຕ້ອງມີກົນໄກອະນຸລັກສະເພາະ

ຍສໝ - ອາຊີບຕ່ຳຜ້າ​ພື້ນເມືອງຫັດຖະກຳຕ້ອງ​ມີ​ກົນ​ໄກອະນຸລັກສະເພາະ. ຜູ້ທີ່ກຳລັງຮັກສາອາຊີບນີ້ ຢາກໃຫ້ລັດມີກົນໄກໜູນຊ່ວຍເພື່ອເຂົາເຈົ້າທັງສາມາດຮັກສາອາຊີບໄວ້ໄດ້ ແຕ່ຍັງດຳລົງຊີວິດຢູ່ກັບອາຊີບນີ້ໄດ້ນຳອີກ. ບັນດານະໂຍບາຍ, ເອກະສານລົງທຶນຕ່າງໆ ຄວນເຂົ້າສູ່ການດຳເນີນຊີວິດໂດຍໄວ. ຕ້ອງ​ພັດທະນາ​ການທ່ອງທ່ຽວ​ເພື່ອ​ໃຫ້​ຫຼາຍຄົນນັບ​ມື້​ນັບ​ໄດ້​​ຮູ້​ເຖິງ​ບັນດາ​ຜະລິດ​ຕະພັນ​ຕ່ຳແຜ່ນຂອງ ເປີນິງ... ນັ້ນ​ແມ່ນ​ຄວາມຫວັງ​ຂອງ​ຊາວເກີຕູ ຢູ່​ເປີ​ນິງໃນຮັກສາ​ອາຊີບ​ມູນເຊື້ອຫັດຖະກຳນີ້​.