ທ່ານນາງ ຫງວຽນເຟຶອງງາ ປະທານ VUFO ໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ຍ້ອນບັນດາການປະກອບສ່ວນໃຫ້ແກ່ຂະແໜງການຕ່າງປະເທດ
ຍສໝ - ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫ້ອງເຮັດວຽກກະຊວງການຕ່າງປະເທດໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການຕ່າງປະເທດ (ວັນທີ 28 ສິງຫາ 1945 – 28 ສິງຫາ 2020) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ 2020 – 2025. ທ່ານນາງ ຫງວຽນເຟຶອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບຫຼຽນໄຊແຮງງານຊັ້ນ 3.