ຊຸກຍູ້ພັດທະນາການທ່ອງທ່ຽວເໝາະສົມກັບການຜັນປ່ຽນຂອງໂລກລະບາດ Covid – 19
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ມອບໝາຍໃຫ້ກະຊວງວັດຖະນະທຳ, ກິລາ ແລະ ການທ່ອງທ່ຽວ ເປັນເຈົ້າການສົມທົບກັບ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອຄົ້ນຄ້ວາ, ຕີລາຄາບັນດາກໍລະນີເພື່ອຟື້ນຟູເຕີບໂຕການທ່ອງທ່ຽວໄລຍະຫຼັງ Covid – 19, ເປັນເຈົ້າການປະຕິບັດບັນດາມາດຕະການທີ່ເໝາະສົມເພື່ອຊຸກຍູ້ພັດທະນາການທ່ອງທ່ຽວກັບການຜັນແປຂອງໂລກລະບາດ Covid – 19.