ເຫັນດີຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ ຢູ່ ຮ່າໂນ້ຍ

ເຫັນດີຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ ຢູ່ ຮ່າໂນ້ຍ

ຍສໝ - ຄະ​ນະ​ປະຕິບັດງານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ເນ​ປານ (ສະ​ມາ​ຄົມ) ໂດຍ​ທ່ານ​ ປອ ເຈີ່ນ​ແອງ​ຕວນ, ກໍາມະການຄະນະປະທານສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ປະທານສະ​ມາ​ຄົມເປັນຫົວໜ້າຄະນະ, ໄດ້​ໄປ​ເຖິງ​ບາງກອກ (ໄທ) ເພື່ອ​ເຮັດ​ວຽກ​ກັບ​ສະ​ຖານ​ທູດ ​ເນ​ປານ ປະ​ຈຳ ​ໄທ ທັງ​ຄວບຕຳແໜ່ງຖິ່ນຖານ​ຫວຽດ​ນາມ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເນ​ປານ.

ການເດີນທາງເຊື່ອມຕໍ່, ເຜີຍແຜ່ມິດຕະພາບ ເນປານ ຢູ່ຫວຽດນາມ

ການເດີນທາງເຊື່ອມຕໍ່, ເຜີຍແຜ່ມິດຕະພາບ ເນປານ ຢູ່ຫວຽດນາມ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ນັບ​ແຕ່​ວັນ​ທີ 22 – 28 ທັນວາ 2024, ຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ ​ເນ​ປານ ​ໂດຍ​ທ່ານ Rabinndra Adhikari, ປະທານ​ສະພານຳໜ້າ ​ໄດ້​ປະຕິບັດ​ການ​ເດີນທາງທີ່​ມີ​ຄວາມ​ໝາຍ​ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ​ແລະ ຢ້ຽມຢາມ​ບັນດາ​ມໍລະດົກ​ປະຫວັດສາດ ຢູ່​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈິ​ມິນ ​ແລະ ​ທ້ອງ​ຖິ່ນອື່ນ. ການເດີນທາງໄປ​ຢ້ຽມຢາມ​ໂດຍ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ​ເນ​ປານ ຈັດ​ຕັ້ງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມສະໜິດຕິດພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຫວຽດນາມ - ເນປານ ຈະສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນ

ຫວຽດນາມ - ເນປານ ຈະສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນ

ຍສໝ - ວັນ​ທີ 12 ທັນວາ ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເນ​ປານ ​ໄດ້​ມີ​ການເຮັດວຽກກັບ​ຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ແຫ່ງ​ຊາດ ​ເນ​ປານ ​ໂດຍ​ທ່ານ Rabindra Adhikari, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ​ເນ​ປານ Marxist-Unified Leninist (CPN-UML), ປະທານສະພາສັນຕິພາບ ແລະ ຄວາມສາມັກຄີ ເນປານ (NPSC) ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 2 ຝ່າຍເຫັນ​ດີ​​ເປັນ​ເອກະ​ພາບ​ສົມທົບ​ກັນ ​ຈັດ​ຕັ້ງ​ຫຼາຍການເຄື່ອນໄຫວຮ່ວມມື, ແລກປ່ຽນປະຊາຊົນໃນ​ໄລຍະ​ຈະ​ມາ​ເຖິງ.