ຫວຽດນາມ-ອິດສະຣາແອນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ອິດສະຣາແອນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ສອງວັນ​ທີ່​ຜ່ານ​ມາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມຮ່ວມມື ແລະສົ່ງອອກດ້ານປ້ອງກັນຊາດ ອິດສະຣາແອນ (SIBAT) ໂດຍທ່ານ Mishel Ben Baruch ຜູ້ອຳນວຍການ SIBAT ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.