ເສີມຂະຫຍາຍທ່າໄດ້ປຽບ ແລະເພີ່ມທະວີການເຊື່ອມຕໍ່ຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ມົງໂກລີ
ຍສໝ - ຫວຽດນາມ ແມ່ນປະເທດສົ່ງອອກສິນຄ້ານຳໜ້າບັນດາຜະລິດຕະພັນຄື: ເຂົ້າ, ກາເຟ, ໝາກໄມ້ເຂດຮ້ອນ... ໃນຂະນະນັ້ນ, ມົງໂກລີ ແມ່ນມີຊື່ສຽງດ້ວຍບັນດາຜະລິດຕະພັນຊີ້ນງົວ, ຊີ້ນແກະ ແລະ ບັນດາຜະລິດຕະພັນຈາກນົມທີ່ມີຄຸນນະພາບສູງ. ນີ້ແມ່ນບັນດາຂົງເຂດທີ່ວິສາຫະກິດຂອງທັງສອງປະເທດບໍ່ພຽງແຕ່ສາມາດຊ່ວຍຊູເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງຂຸດຄົ້ນເພື່ອຕອບສະໜອງຄວາມຕ້ອງການ ເຊິ່ງນັບມື້ນັບເພີ່ມຂຶ້ນຂອງຕະຫຼາດໂລກ.