ຍສໝ - ບັນດາການນຳ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງການນຳ ຝລັ່ງ ເມື່ອໄດ້ຮັບຂ່າວວ່າ ພາຍຸ Chido ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ປະຊາຊົນ ແລະ ຊັບສິນຢູ່ໝູ່ເກາະ Mayotte.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ນາງ ເລທິທູຮັ່ງ, ຫົວໜ້າຄະນະກຳມະການ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ New Caledonia - ຜືນແຜ່ນດິນຂອງ ຝະລັ່ງ ຢູ່ພາກພື້ນປາຊີຟິກ ຕາເວັນຕົກສຽງໃຕ້.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງ ດົ່ງນາຍ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2. ຢູ່ທີ່ນີ້, ປະທານສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກ ຈະສາມັກຄີ, ເປັນເຈົ້າການ, ສ້າງສັນໃນການນຳການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ເຄື່ອນໄຫວຢ່າງມີປະສິດທິຜົນ, ມີຄຸນນະພາບ, ເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນແຂວງ ດົ່ງນາຍ ກັບປະຊາຊົນ ຝຣັ່ງ; ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວການຕ່າງປະເທດລວມຂອງແຂວງ.
ຍສໝ - ວັນທີ 15 ແລະ 16 ມິຖຸນານີ້, ວັນບຸນກົງສຸນ 2024 ໄດ້ຈັດຂຶ້ນຢູ່ສະໜາມຫຼວງ Bellecour, ນະຄອນ Lyon - ເມືອງໃຫຍ່ທີ 3 ຂອງ ຝລັ່ງ. ພື້ນທີ່ຮ້ານຂອງ ຫວຽດນາມ ທີ່ງານບຸນໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຈັດຕັ້ງລາຍການເຮັດວຽກ ແລະ ມອບຂອງຂວັນຢູ່ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ.