ຫວຽດນາມ - ກໍາປູເຈຍເພີ່ມທະວີການຮ່ວມມືການຄ້າຊາຍແດນ
ຍສໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ກຳປູເຈຍ, ໃນວັນທີ 10 ພືດສະພາທີ່ຜ່ານມາ ທີ່ ພະນົມເປນ ໃນຂອບເຂດການຮ່ວມມືການຄ້າຊາຍແດນ ຫວຽດນາມ-ກຳປູເຈຍ, ຄະນະຮັບຜິດຊອບຂອງກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ໂດ໋ທັ໋ງຫ້າຍ ໄດ້ເຮັດວຽກກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ບາງທ້ອງຖິ່ນຂອງກຳປູເຈຍ ນຳໂດຍ ທ່ານ ປານ ຊໍຣະສັກ .