ລັດຖະບານລາວມອບຫລຽນກາມິດຕະພາບໃຫ້ທ່ານທູດ ແຫ່ງສ.ເກົາຫລີ ປະຈຳລາວ
ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອໍາລາຂອງ ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນ ປະເທດຢ່າງຖາວອນ ໃນເດືອນພະຈິກ 2020 ນີ້.