ລັດຖະບານລາວ ປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນແຂວງ ຮວ່າບິ່ງ
ຍສໝ - ຕອນເຊົ້າວັນທີ 11 ມັງກອນ 2025, ຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ສົມທົບກັບແຂວງ ຫົວພັນ, ລາວ ໄດ້ຈັດພິທີປະດັບຫລຽນໄຊພັດທະນາ, ຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ຮ່ວາບິ່ງ ມີຜົນງານດີເດັ່ນໃນການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ເມືອງ ຫົວເມືອງ, ແຂວງ ຫົວພັນ ໄລຍະ 2019-2024.