ຫັນປ່ຽນຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ, ຂະຫຍາຍຂົງເຂດການພັດທະນາວັດທະນະທຳ
ຍສໝ - ໃນຕອນແລງຂອງວັນທີ 9 ເມສາ, ໃນພິທີມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫາຍ ລັດຖະມົນຕີ ເລີມທິເຟືອງແອງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜູ້ໃໝ່ ໄດ້ເນັ້ນໜັກວ່າ: ຄວາມຕ້ອງການທີ່ສະເໝີຕົ້ນສະເໝີປາຍຂອງຂະແໜງການ ແມ່ນການຮີບຮ້ອນຫັນປ່ຽນຈາກຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ; ສ້າງເງື່ອນໄຂ ແລະ ຂົງເຂດເພື່ອໃຫ້ບັນດານັກສິນລະປິນ, ວິສາຫະກິດ ແລະ ຊຸມຊົນ ເຂົ້າຮ່ວມໃນການພັດທະນາວັດທະນະທຳ.