ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ.
ຍສໝ - ຈາກປະເທດທີ່ຖືກປິດລ້ອມ ແລະ ຖືກຫ້າມຂາຍອາວຸດ, ຫວຽດນາມໄດ້ຟື້ນຕົວຢ່າງແຂງແຮງ, ກາຍເປັນຄູ່ຮ່ວມງານທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຄວາມສຳເລັດນີ້ເກີດຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລັກສະເພາະທີ່ມີຮາກຖານຢ່າງເລິກເຊິ່ງໃນເອກະລັກຂອງຊາດ.
ຍສໝ - ຕອນເຊົ້າວັນທີ 20 ຕຸລາ, ໃນບັນຍາກາດສະເຫຼີມສະຫຼອງວັນແມ່ຍິງຫວຽດນາມ 20 ຕຸລາ, ກົມການຕ່າງປະເທດ ແລະ ການທູດວັດທະນະທຳ, ກະຊວງການຕ່າງປະເທດສົມທົບກັບຫ້ອງວ່າການສູນກາງພັກ - ອົງການຈັດຕັ້ງມະຫາຊົນ ແລະ ສະມາຄົມວັດທະນະທຳຊຸດເສື້ອຍາວ ຫວຽດນາມ ໄດ້ຈັດຕັ້ງລາຍການສະເຫຼີມສະຫຼອງ ດ້ວຍຫົວຂໍ້ວ່າ “ນັກການທູດຍິງກັບຊຸດເສື້ອຍາວ ຫວຽດນາມ”. ນີ້ແມ່ນການເຄື່ອນໄຫວພິເສດເພື່ອເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳຂອງຊຸດເສື້ອຍາວ ພື້ນເມືອງ.
ຍສໝ- ວັນທີ 5 ກໍລະກົດ, ໃນຂອບເຂດຂອງງານບຸນຖະໜົນ Festival Streets Happy 2025 - ເຫດການປະຈໍາປີທີ່ຟົດຟື້ນຢູ່ ລອນດອນ ໄດ້ໂຮມສຸມ 20 ປະຊາຄົມສາກົນທີ່ອາໄສຢູ່ລາຊະອານາຈັກ ອັງກິດ - ຄະນະສິລະປະຂອງສະມາຄົມແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຢູ່ ອັງກິດ ເຂົ້າຮ່ວມເປັນຄັ້ງທຳອິດ ແລະ ໄດ້ນໍາເອົາລາຍການສະແດງທີ່ເປັນເອກະລັກສະເພາະ, ອາລົມຈິດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຜູ້ຊົມ.
ຍສໝ - ຫວ່າງມໍ່ໆນີ້, ຢູ່ສູນປະເມີນ ແລະ ວາງສະແດງວັນນະກຳສິລະປະກຳ, ການຖ່າຍຮູບ (ເຮືອນເລກທີ 29 ຫ່າງບ່າຍ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ), ກົມວິຈິດສິນ, ການຖ່າຍຮູບ ແລະ ວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ໄດ້ຈັດພິທີເປີດງານວາງສະແດງຮູບພາບ “ສີສັນຂອງບັນດາຊົນເຜົ່າ ຫວຽດນາມ”.
ຍສໝ - ທ່ານ Daniel ຫງວຽນຮວ່າຍຕ໋ຽນ ເກີດ ແລະ ເຕີບໃຫຍ່ຢູ່ເມືອງ Cam (California, ອາເມລິກາ) ໃນຄອບຄົວທີ່ມີເຊື້ອຊາດຫວຽດນາມ, ແຕ່ລາວບໍ່ມີໂອກາດຫຼາຍທີ່ຈະພົວພັນກັບພາສາແມ່ຂອງລາວໃນຄາວຍັງນ້ອຍ. ບາດລ້ຽວໄດ້ມາຮອດກັບ Daniel ໃນຕອນທີ່ລາວເຂົ້າຮ່ວມຊຸດຮຽນພາສາຫວຽດນາມ ຢູ່ມະຫາວິທະຍາໄລ California, San Diego. "ນີ້ແມ່ນການເດີນທາງຊອກຫາກົກເຄົ້າເຫງົ້າກໍຂອງຂ້າພະເຈົ້າໄດ້ເລີ່ມຕົ້ນ", ທ່ານ Daniel ແບ່ງປັນ. ຈາກນັ້ນມາ, ພາສາແມ່ກາຍເປັນກຸນແຈທີ່ນຳລາວໄປສູ່ປະສົບການທີ່ເລິກເຊິ່ງກວ່າໃນການຄົ້ນພົບເອກະລັກຂອງລາວ ແລະ ເຊື່ອມໂຍງກັບບ້ານເກີດເມືອງນອນ.
ຍສໝ - ວັນທີ 8 ສິງຫາ 1967, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສ້າງຕັ້ງ, ເປີດສາກໃຫ້ວິວັດທະນາການເຊື່ອມຕໍ່ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ.