ຍສໝ - ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 101 ປີ (21/6/1925 - 21/6/2026), ວາລະສານຍຸກສະໄໝ ຂໍສະເໜີບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພາຍໃດຫົວຂໍ້ "ສື່ມວນຊົນປະຕິວັດຫວຽດນາມ ພາຍໃດຍຸກສະໄໝດິຈິຕອນ".
ຍສໝ - ພາຍໃດສະພາບແວດລ້ອມແຫ່ງຍຸກສະໄໝດິຈິຕອນ, ສື່ມວນຊົນຕ້ອງແມ່ນກຳລັງນຳໜ້າຢ່າງແທ້ຈິງ, ຊີ້ນຳຫາງສຽງສັງຄົມ, ຊ່ວຍໃຫ້ບັນດາເນື້ອໃນແກນນຳຂອງພັກ ໄດ້ແທດເໝາະ ແລະ ຊຶມເລິກເຂົ້າສູ່ ວິຖີຊີວິດຂອງປະຊາຊົນ.
ຍສໝ - ພາຍໃດໄລຍະບໍ່ກີ່ວັນຜ່ານມານີ້, ສື່ມວນຊົນໄທ ໄດ້ລົງຂ່າວຢ່າງໜາແໜ້ນ ກ່ຽວກັບການເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມເວທີປາໄສອະນາຄົດ ASEAN ຄັ້ງທີສາມ, ເຊິ່ງໄດ້ດຳເນີນໄປໃນວັນທີ 8-9 ມິຖຸນາ 2026 ຂອງ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul, ໂດຍໄດ້ເນັ້ນໜັກເຖິງຄວາມໝາຍອັນສຳຄັນຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຕໍ່ກັບສາຍພົວພັນ ປະເທດ ຫວຽດນາມ - ປະເທດ ໄທ ກໍຄືການຮ່ວມມືພາຍໃດພາກພື້ນ.
ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.
ຍສໝ - ໃນວັນທີ 20 ມັງກອນ, ເວັບໄຊທ໌ຂອງພັກກອມມູນິດສະຫະພັນລັດເຊຍ (kprf.ru) ແລະໜັງສືພິມອອນໄລ Rossiyskaya Gazeta (rg.ru) - ປາກເວົ້າທາງການຂອງລັດຖະບານລັດເຊຍ - ໄດ້ລົງບົດຄວາມວິເຄາະ ແລະ ປະເມີນຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ 14). ບົດຄວາມດັ່ງກ່າວໄດ້ເນັ້ນໜັກເຖິງຄວາມຕັ້ງໃຈຂອງຫວຽດນາມທີ່ຈະຜ່ານການຫັນປ່ຽນຢ່າງແຂງແຮງໃນໄລຍະການພັດທະນາໃໝ່, ດ້ວຍຫຼັກການລວມໃນການເຮັດໃຫ້ປະຊາຊົນເປັນພື້ນຖານ, ເປົ້າໝາຍ ແລະ ສູນກາງຂອງການພັດທະນາ.
ຕອນເຊົ້າວັນທີ 16 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ເພື່ອແນໃສ່ສະໜອງຂໍ້ມູນທາງການໄປຍັງບັນດາອົງການສື່ມວນຊົນຂອງລາວ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV, ໝາກຜົນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ກໍ່ຄືການກຳນົດທິດ, ເປົ້າໝາຍພັດທະນາ ແລະໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.
ຍສໝ - ຈາກຄວາມຊົງຈຳໃນໄວເດັກຢູ່ມົສກູ ເຖິງການເດີນທາງໄປທົ່ວຫວຽດນາມ, ນັກຂ່າວ ບຸນກາຣີ Kadrinka Velichkova Kadrinova ໄດ້ໃຊ້ເວລາ 2 ທົດສະວັດຂອງການຂຽນກ່ຽວກັບຫວຽດນາມ ດ້ວຍຄວາມຮັກແພງ ແລະ ຄວາມຕິດພັນ. ປຶ້ມ, ບົດຄວາມ ແລະ ບົດເລື່ອງຂອງລາວບໍ່ພຽງແຕ່ບອກເລົ່າກ່ຽວກັບປະຫວັດສາດ ແລະ ນະວັດຕະກໍາເທົ່ານັ້ນ, ຫາກຍັງຮັກສາຄວາມຮູ້ສຶກອັນຈິງໃຈຕໍ່ຫວຽດນາມ ຄືເປັນສ່ວນໜຶ່ງຂອງຫົວໃຈນາງ.
ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ວັນທີ 17 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ດຳເນີນການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າບັນດາອົງການຂ່າວລາວ ແລະ ອົງການຂ່າວຫວຽດນາມ ປະຈຳ ລາວ. ກອງປະຊຸມເພື່ອແນໃສ່ຕີລາຄາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນໃນວຽກງານການໂຄສະນາ, ຖະແຫຼງຂ່າວຕ່າງປະເທດ - ຂົວເຊື່ອມຕໍ່ທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ລາວ.
ຍສໝ - ວັນທີ 10 ມິຖຸນາ ຢູ່ຮ່າໂນ້ຍ, ປຶ້ມຮູບພາບ“100 ປີແຫ່ງສື່ມວນຊົນປະຕິວັດຫວຽດນາມ (1925-2025)” ໄດ້ຮັບການເປີດຕົວຕໍ່ປະຊາຊົນຢ່າງເປັນທາງການ. ປຶ້ມດັ່ງກ່າວແມ່ນເອກະສານອັນລ້ຳຄ່າ, ບັນທຶກການເຄື່ອນໄຫວພັດທະນາ 100 ປີຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ, ໄດ້ຮຽບຮຽງດ້ວຍພາສາຫວຽດນາມ ແລະ ອັງກິດ ເພື່ອຮັບໃຊ້ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ.
ຍສໝ - ຈັດຕັ້ງການແຂ່ງຂັນສອບຖາມ, ຈັດຕັ້ງສັບປະດາຮູບເງົາຫວຽດນາມ ແລະ ສັບປະດາອາຫານຫວຽດນາມ; ການເປີດຈຳໜ່າຍຊຸດສະແຕມລວມ ຫວຽດນາມ -ສີລັງກາ... ແມ່ນບັນດາການເຄື່ອນໄຫວທີ່ຈະດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສີລັງກາ (1970 – 2025).
ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ2030 (P4G), ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD)...
ຍສໝ - ຕອນຄ່ຳວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບລາງວັນສື່ມວນຊົນແຫ່ງຊາດກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 3 ປີ 2025, ທ່ານກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທັງເມິ້ນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳໃນພິທີມອບລາງວັນ.
ຍສໝ - ວັນທີ 30 ກັນຍາ, ຢູ່ນະຄອນ ກວີເຍີນ (ບິ່ງດິງ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມ, ບຳລຸງ, ແລກປ່ຽນວິຊາການກ່ຽວກັບທັກສະສ້າງສື່ມວນຊົນມັນຕິມີເດຍໃຫ້ແກ່ພະນັກງານເຮັດວຽກງານສື່ມວນຊົນຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ).
ຍສໝ - ນັ້ນແມ່ນການແບ່ງປັນຂອງນັກສຶກສາລາວ ທີ່ຮ່ຳຮຽນຂະແໜງການສະເພາະດ້ານສື່ມວນຊົນຢູ່ ຫວຽດນາມ ຫຼາຍຄົນ ກັບນັກຂ່າວວາລະສານຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມີຖຸນາ 1925-21 ມີຖຸນາ 2024).
ຍສໝ - ໃນ 2 ມື້ຜ່ານມາ, ສື່ມວນຊົນ ຮຸງກາຣີ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ. ໃນບາງເວັບໄຊສື່ມວນຊົນຂອງ ຮຸງກາຣີ ເຊັ່ນ, ສຳນັກຂ່າວສານ ຮຸງກາຣີ, index.hu, magyarnemzet.hu…) ລ້ວນແຕ່ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເດີນທາງມາຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ໃນວັນທີ 18 ມັງກອນ (ຕາມເວລາທ້ອງຖິ່ນ).
ຍສໝ - ວັນທີ 18 ພະຈິກນີ້, ເວທີປາໄສສື່ມວນຊົນຄັ້ງທີ 6 ໂດຍກອງເລຂາກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP) ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ຢູ່ນະຄອນຫຼວງເຊອູນ.
ຫວຽດນາມ-ລາວ ຍູ້ແຮງກາລະໂອກາດຮ່ວມມືໃນຂົງເຂດສື່ມວນຊົນ
ຍສໝ - ໃນວັນທີ 13 ຕຸລາ 2023 ສຳມະນາກອນວຽກງານ ຄຸ້ມຄອງສື່ມວນຊົນຂອງລາວ ຈຳນວນ 15 ທ່ານຈາກສູນກາງ ແລະ ທ້ອງຖິ່ນ ນຳໂດຍ ທ່ານ ໄພບູນ ພິລາທອງ ຫົວໜ້າພະແນກຄຸ້ມຄອງ ຜະລິດຕະພັນສື່ ຂອງກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໄປທັດສະນະສຶກສາຕົວຈິງ ຢູ່ວາລະສານກົງສານ ຊຶ່ງເປັນວາລະສານທິດສະດີ ແລະ ພຶດທິກຳຂອງກອມມູນິດຫວຽດນາມ ເພື່ອແລກປ່ຽນກ່ຽວກັບ ການດຳເນີນວຽກງານ ຂອງວາລະສານດັ່ງກ່າວ.