ຫວຽດນາມ ຈັດສົ່ງນາຍທະຫານຕື່ມອີກ 4 ສະຫາຍ ໄປເຂົ້າຮ່ວມວຽກງານປົກປັກຮັກສາສັນຕິພາບ ສປຊ
ຫວຽດນາມ ຈັດສົ່ງນາຍທະຫານຕື່ມອີກ 4 ສະຫາຍ ໄປເຂົ້າຮ່ວມວຽກງານປົກປັກຮັກສາສັນຕິພາບ ສປຊ
ຫວຽດນາມ ຈັດສົ່ງນາຍທະຫານຕື່ມອີກ 4 ສະຫາຍ ໄປເຂົ້າຮ່ວມວຽກງານປົກປັກຮັກສາສັນຕິພາບ ສປຊ
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ການໝູນໃຊ້ວິທະຍາສາດເຕັກໂນໂລຢີດີຈີຕອນມຸ່ງໄປເຖິງເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍ ໄດ້ຮຽກຮ້ອງຄວາມຕັດສິນໃຈດ້ານການເມືອງ ແລະ ການກະທຳຕົວຈິງຂອງລັດຖະບານ ແລະ ການກຽມພ້ອມໃນການຫັນປ່ຽນດີຈີຕອນຂອງບັນດາພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ
ຍສໝ - ຄະນະຜູ້ແທນ ຫວຽດນາມ ກໍໄດ້ຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ, ພິເສດແມ່ນຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງເຖິງການສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີທາງທະເລ.
ຍສໝ - ໃນ 3 ປີຜ່ານມາ, ໂຄວິດ - 19 ໄດ້ເຮັດໃຫ້ເພີ່ມໄລຍະຫ່າງລະຫວ່າງຄົນທຸກຍາກ ແລະ ຄົນຮັງມີ, ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ການພັດທະນາເສດຖະກິດ ສັງຄົມຢູ່ບັນດາປະເທດພວມພັດທະນາ, ພິເສດແມ່ນຢູ່ເຂດອາຟຼິກກາ ແລະ ບັນດາປະເທດໝູ່ເກາະ. ມີກ່ວາ 1/3 ປະຊາກອນໂລກ ຍັງບໍ່ທັນໄດ້ຮັບການສັກວັກຊິນກັນໂຄວິດ - 19 ເຂັ້ມທຳອິດ. ໄປຄຽງຄູ່ກັນນັ້ນ, ຄາດວ່າໂລກ ບໍ່ຫຼີກລ້ຽງຈາກໂລກລະບາດໃໝ່ໃນອະນາຄົດ, ເພາະສະນັ້ນ ມວນມະນຸດຕ້ອງກະກຽມໃຫ້ແກ່ບັນດາໂລກລະບາດທີ່ອາດຈະເກີດຂຶ້ນ.
ຍສໝ - ວັນທີ 22 ກຸມພາ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ ໄດ້ດຳເນີນການປຶກສາຫາລື ລວມໄຂກອງປະຊຸມປະຈຳປີ ຄັ້ງທີ 61 ຂອງຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ (ຍັງໄດ້ເອີ້ນວ່າ C-34)
ຍສໝ - ທ່ານຮອງລັດຖະມົນຕີ ໂດະຮຸ່ງຫວຽດ, ຫົວໜ້າຄະນະວຽກງານ ຢືນຢັນວ່າ ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025 ແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນຕ່າງປະເທດ, ນະໂຍບາຍຊຸກຍູ້ ແລະ ຍົກສູງລະດັບການພົວພັນທາງການທູດຫຼາຍຝ່າຍ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ທິດທາງທີ 25 ຂອງຄະນະເລຂາທິການ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນເວລາ 3 ເດືອນຂ້າງໜ້ານີ້.
ຍສໝ -ຕອນເຊົ້າວັນທີ 7 ກຸມພາ 2023, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດໃຫ້ແກ່ບັນດານາຍທະຫານໄປປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ ສ.ຊູດັງໃຕ້, ສ.ອາບຟຼິກກາກາງ ແລະ ເຂດ Abyei.
ຍສໝ - ທ່ານ ປ.ອ ຫງວຽນຮົ່ງຫາຍ, ນັກຄົ້ນຄ້ວາສູນກ່ຽວກັບອະນາຄົດນະໂຍບາຍ, ມະຫາວິທະຍາໄລ Queensland ຢັ້ງຢືນວ່າ ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ມີໄດ້ຄືໃນປັດຈຸບັນ ຍ້ອນມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ບົນເວທີສາກົນ, ໃນນັ້ນມີການເຂົ້າຮ່ວມຂອງກຳລັງຮັກສາສັນຕິພາບຂອງ ສປຊ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກຄືນໃໝ່ກ່ຽວກັບບົດບາດທີ່ຈຳເປັນຂອງຄວາມສາມັກຄີສາກົນ ແລະ ລັດທິຫຼາຍຝ່າຍ ສຳລັບ ສປຊ ເຊິ່ງມີທີ່ຕັ້ງເປັນໃຈກາງ; ຢັ້ງຢືນຄວາມສະໜັບສະໜູນ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບບົດບາດຂອງ ສປຊ ໃນການຊີ້ນຳ, ນຳພາ, ປະສານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ.
ວັນທີ 20 ກັນຍາ, ອົງການຫໍສະໝຸດ ແລະ ເກັບຮັກສາຂອງ ສປຊ ປະຈຳ ເຊີແນວ ໄດ້ເປີດງານວາງສະແດງເອກະສານ ແລະ ວັດຖຸພັນປະຫວັດສາດ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງລັດທິຫຼາຍຝ່າຍຢູ່ ເຊີແນວ (1920 – 2020) ເພື່ອເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍໃນໂລກທີ່ພວມມີການປ່ຽນແປງຫຼາຍຢ່າງຄືໃນປັດຈຸບັນນີ້.
ກ່າວຄຳເຫັນທີພິທີ, ທ່ານຜູ້ອຳນວຍການໃຫຍ່ UNDP Achim Stener ໄດ້ໃຫ້ຂໍ້ສັງເກດວ່າ ໂລກ ພວມຢືນຢູ່ຕໍ່ໜ້າຄວາມຂາດສະຖຽນລະພາບ, ສິ່ງທ້າທາຍຫຼາຍຢ່າງຄື ການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ, ພະຍາດໂຄວິດ - 19, ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ… ໄດ້ກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາຂອງມະນຸດ ໃນທົ່ວໂລກ.
ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ ກ່ຽວກັບການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານ Csaba Kőrösi ໃຫ້ຮູ້ວ່າ, ບຸລິມະສິດຕົ້ນຕໍໃນອາຍຸການປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (ອາຍຸການ 2022 – 2023) ຈະລວມມີການຊຸກຍູ້ແກ້ໄຂການປະທະກັນໂດຍສັນຕິວິທີ, ຍົກສູງລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດຂອງ ສປຊ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການໝູນໃຊ້ວິທະຍາສາດ ແລະ ຮັບປະກັນສິດທິມະນຸດ.
ຍສໝ - CF ແມ່ນເອກະສານຍຸດທະສາດຫຼັກແຫຼ່ງແນະນຳ ແລະ ກຳນົດທິດການຮ່ວມ ມືລະຫວ່າງລັດຖະບານ ຫວຽດນາມ ແລະ ສປຊ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).
ຍສໝ - ນັບແຕ່ວັນທີ 2 – 3 ມິຖຸນາ, ຄະນະກຳມະການຈັດຕັ້ງອົງການສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານ (CTBTO) ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 61 ກຸ່ມປະຕິບັດງານກ່ຽວກັບນະໂຍບາຍ ນິຕິກຳ (ກຸ່ມປະຕິບັດງານ A). ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາປະເທດສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈເລືອກຫວຽດນາມ ດຳລົງຕຳແໜ່ງ ປະທານກຸ່ມປະຕິບັດງານ A.
ວັນທີ 26 ພຶດສະພາ, ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ໄດ້ມອບຫຼຽນກາ ສປຊ ໃຫ້ແກ່ນາຍທະຫານກອງທັບ ແລະ ຕຳຫຼວດ ຈຳນວນ 82 ຄົນ ຂອງ 28 ປະເທດ ເພື່ອແນໃສ່ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສ່ວນບຸກຄົນໃນວຽກງານຮັກສາສັນຕິພາບຢູ່ຄະນະເລຂາທິການ ສປຊ.
ຍສໝ - ວັນທີ 27 ເມສານີ້, ກອງທະຫານຊ່າງແສງ ແລະໂຮງໝໍກາງສະໜາມ ຂັ້ນ 2 ໄດ້ເຄື່ອນພົນໄປປະຕິບັດໜ້າທີ່ຢູ່ Abyei ແລະ ຊູດານໃຕ້. ທ່ານພົນຕີ ຮວ່າງກິມຟູງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ກ່ຽວກັບເຫດການຄັ້ງນີ້...
ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.
ຍສໝ - ໃນວັນທີ 1 ມີນາ ເຊິ່ງແມ່ນມື້ທີ 2 ຂອງກອງປະຊຸມພິເສດໂດຍສະມັດຊາໃຫຍ່ ສຊປ ຈັດຕັ້ງກ່ຽວກັບສະພາບການຢູ່ ຢູແກຼນ, ຫວຽດນາມ ພ້ອມກັບກ່ວາ 100 ປະເທດ ແລະ ບັນດາອົງການຈັດຕັ້ງໄດ້ຮຽກຮ້ອງໃຫ້ບັນດາຝ່າຍໂອ້ລົມເຈລະຈາ ແລະ ປົກປ້ອງປະຊາຊົນ.