ຍສໝ - ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ.
ຫວຽດນາມ ຈັດສົ່ງນາຍທະຫານຕື່ມອີກ 4 ສະຫາຍ ໄປເຂົ້າຮ່ວມວຽກງານປົກປັກຮັກສາສັນຕິພາບ ສປຊ
ຍສໝ - ໃນຕອນຄ່ຳທີ່ກຳລັງເຮັດວຽກງານກ່ຽວກັບປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຂ້າພະເຈົ້າໄດ້ແບ່ງປັນຂໍ້ມູນກັບພໍ່ແມ່ປະຊາຊົນ. ໃນຂະນະນັ້ນ ທຸກຄົນພວມຮູ້ສຶກດີໃຈ: "ທ້ອນໂຮມປະເທດເປັນເອກະພາບແລ້ວ, ປະຊາຊົນເຮົາມີສິດເສລີແລ້ວ". ທຸກຄົນຍັງເວົ້າວ່າ "ເສຍດາຍແຕ່ວ່າ ລຸງໂຮ່ໍ ບໍ່ຢູ່ ເພື່ອໄດ້ເຫັນວັນທ້ອນໂຮມປະເທດຊາດເປັນເອກະພາບນີ້".
ຍສໝ - ວັນທີ 22 ກຸມພາ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ ໄດ້ດຳເນີນການປຶກສາຫາລື ລວມໄຂກອງປະຊຸມປະຈຳປີ ຄັ້ງທີ 61 ຂອງຄະນະກຳມະການພິເສດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ (ຍັງໄດ້ເອີ້ນວ່າ C-34)
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ (ສະພາ) ໄດ້ຮັບຜົນສຳເລັດຢ່າງຈົບງາມ. ຜ່ານນັ້ນ ກໍ່ກຳນົດທິດທາງຍຸດທະສາດ ແລະ ໂຄງການກະທຳທີ່ຈິງຂອງສະພາໃນໄລຍະຈະມາເຖິງ. ໃນຖານະເປັນເຈົ້າພາບຈັດຕັ້ງເຫດການ, ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະພາເວົ້າສະເພາະ ແລະ ການເຄື່ອນໄຫວສັນຕິພາບຂອງໂລກເວົ້າລວມ.
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 22 ສະມັດຊາໃຫຍ່ ສັນຕິພາບ ໂລກແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງປະຊາຊົນໂລກຕໍ່ການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືພາລະກິດແຫ່ງການກໍ່ສ້າງປະເທດໃນປັດຈຸບັນ ຂອງ ຫວຽດນາມ. ພ້ອມທັງໂຄສະນາບັນດາຜົນສຳເລັດໃນການປ່ຽນແປງໃໝ່, ປະເທດຊາດ ແລະ ຊາວຫວຽດນາມ...
ຍສໝ - ນີ້ແມ່ນເນື້ອໃນໂດຍຜູ້ແທນຫຼາຍທ່ານສະເໜີຢູ່ການພົບປະຂອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ກັບ ຄະນະຜູ້ແທນສະມັດຊາໃຫຍ່ສັນຕິພາບໂລກ ໃນຕອນຄ່ຳວັນທີ 24 ພະຈິກເນື່ອງໃນໂອກາດສະມັດຊາໃຫຍ່ຄັ້ງທີ 22 ທີ່ໄດ້ຈັດຂຶ້ນຢູ່ ຫວຽດນາມ.
ຍສໝ - ໃນປີ 1996, ທ່ານ Federico Mayor, ຜູ້ອໍານວຍການໃຫຍ່ຂອງ UNESCO, ໄດ້ສະເຫນີການສ້າງລາງວັນເມືອງແຫ່ງສັນຕິພາບ. 3 ປີຕໍ່ມາ, ນະຄອນຮ່າໂນ້ຍ ໄດ້ເປັນກຽດຮັບລາງວັນນີ້.
ຍສໝ - ພາຍຫຼັງ 4 ວັນປະຕິບັດວຽກງານຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບ, ຕອນບ່າຍວັນທີ 24/11, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະມັດຊາໃຫຍ່ສັນຕິພາບໂລກ ເລືອກຕັ້ງໄດ້ຄະນະບໍລິຫານງານຊຸດໃໝ່ດ້ວຍສະມາຊິກ 40 ທ່ານ.
ຍສໝ - “ນັບແຕ່ຫຼາຍປີມານີ້, ຈິດໃຈສະໜິດຕິດພັນ ແລະ ຮັກຫອມສັນຕິພາບ ໄດ້ກາຍເປັນມູນເຊື້ອຂອງ ຫວຽດນາມ. ມາຮອດປັດຈຸບັນ, ຈິດໃຈນັ້ນໄດ້ຫັນເປັນລະອຽດ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ມີປະສິດທິຜົນກ່ວາ…” ທ່ານ ເຈິ່ນດັກເລີຍ, ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ, ແບ່ງປັນກັບວາລະສານຍຸກສະໄໝເນື່ອງໃນເຫດການກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ທີ່ດຳເນີນຢູ່ ຫວຽດນາມ.
ຍສໝ - ທ່ານ Fernando Gonzalez Llort ສະມາຊິກສະພາແຫ່ງຊາດ, ນັກວິລະຊົນ ສ.ກຸຍບາ, ປະທານສະຖາບັນກຸຍບາ ມິດຕະພາບກັບບັນດາຊົນຊາດ (ICAP) ກ່າວຄຳເຫັນຄືດັ່ງກ່າວຢູ່ການພົບປະກັບທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໃນວັນທີ 19 ພະຈິກ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22 ຂອງ ສະພາສັນຕິພາບໂລກ.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຍສໝ - ວິວັດການເດີນຂະບວນ, ທຸກກອງຊ່າງແສງລ້ວນແຕ່ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຮັກສາທ່າ, ພິທີການຂອງນັກຮົບທະຫານ ແລະ ໄດ້ຮັບການຕ້ອນຮັບຈາກປະຊາຊົນປະຈຳຖິ່ນ.
ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.
ຕອນເຊົ້າວັນທີ 3 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການປະຊຸມ ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເປີດກວ້າງ (ADMM+) ແບບທາງໄກ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນເປີດກ້ວາງເນື້ອໃນ, ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດເລິກເຊິ່ງກ່ວາອີກ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມການເລືອກຕັ້ງກຳມະການສະມາກອງທຶນເພີ່ມເຕີມ, ຮັບຟັງລາຍງານໝາກຜົນການເຄື່ອນໄຫວປີ 2020 ແລະ ທິດທາງ, ໜ້າທີ ປີ 2021, ບົດລາຍງານທາງການເງິນ ປີ 2020, ບົດລາຍງານຂອງ ຄະນະກວດກາ, ກອງປະຊຸມໄດ້ເຫັນດີເປັນເອກະພາບເພີ່ມເຕີມກຳມະການສະພາກອງທຶນສັນຕິພາບ ແລະ ພັດທະນາອາຍຸການ 2019 – 2024.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ
ຍສໝ - ທ່ານ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຂໍ້ລິເລີ່ມທີ່ເໝາະສົມ ເພື່ອແນໃສ່ຍົກສູງປະສິດທິຜົນການຮັກສາສັນຕິພາບ.
ວັນທີ 22 ກຸມພາ, ຢູ່ແຂວງ Stung Treng, ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ II, ລະຫວ່າງຄະນະກຳມະການແນວໂຮມ ກຳປູເຈຍ - ລາວ.