ສົນທິສັນຍາຮ່າໂນ້ຍ: ຄວາມເຫັນພ້ອມລະດັບໂລກ, ຜົນປະໂຫຍດຮ່ວມສຳລັບປະເທດກຳລັງພັດທະນາ

ສົນທິສັນຍາຮ່າໂນ້ຍ: ຄວາມເຫັນພ້ອມລະດັບໂລກ, ຜົນປະໂຫຍດຮ່ວມສຳລັບປະເທດກຳລັງພັດທະນາ

ຍສໝ - ພິທີເປີດລົງນາມ ສົນທິສັນຍາສະຫະປະຊາຊາດ (ສປຊ) ວ່າດ້ວຍການຕໍ່ຕ້ານອາຊະຍາກຳໃນໂລກອອນໄລນ໌ ທີ່ນະຄອນຮ່າໂນ້ຍ (ອະນຸສັນຍາຮ່າໂນ້ຍ) ໄດ້ເປັນໝາຍໝຸນທີ່ໂດດເດັ່ນໃນດ້ານການທູດຫຼາຍຝ່າຍຂອງຫວຽດນາມ. ດ້ວຍການເຂົ້າຮ່ວມ ແລະ ຄວາມເຫັນພ້ອມຢ່າງເຕັມທີ່ຂອງກວ່າ 150 ປະເທດ, ອະນຸສັນຍານີ້ບໍ່ພຽງແຕ່ສ້າງກອບກົດໝາຍສາກົນອັນດັບທຳອິດໃນການປ້ອງກັນ, ຕໍ່ຕ້ານອາຊະຍາກຳໄຊ້ເທັກໂນໂລຊີ ແຕ່ຍັງສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຜົນປະໂຫຍດ ແລະ ຄຳເວົ້າຂອງບັນດາປະເທດກຳລັງພັດທະນາໃນຂະບວນການດິຈິຕອນໂລກ.

ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ

ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ

ຍສໝ - ຝ່າຍຄະນະ​ປະຈຳ​ຝຣັ່ງປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ ຊົມເຊີຍການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ສົນທິສັນຍາ​ຮ່າ​ໂນ້ຍຂອງ​ຫວຽດນາມ, ຜ່ານ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ດີ​ຈີ​ຕອນ.

ກະຊວງຕຳຫຼວດຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນຮ່ວມມືກັນສ້າງພື້ນທີ່ອິນເຕີເນັດທີ່ປອດໄພ ແລະ ມີມະນຸດສະທຳ

ກະຊວງຕຳຫຼວດຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນຮ່ວມມືກັນສ້າງພື້ນທີ່ອິນເຕີເນັດທີ່ປອດໄພ ແລະ ມີມະນຸດສະທຳ

ຍສໝ - ຕອນເຊົ້າວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ໃນຂອບເຂດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍຕ້ານອາຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບຜູ້ນຳບັນດາກະຊວງ, ອົງການປະຕິບັດກົດໝາຍ ແລະ ວິສາຫະກິດສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຕ້ານອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງອິນເຕີເນັດ.

ແບ່ງແລວຄົມມະນາຄົມ ຮັບໃຊ້ພິທີລົງນາມໃນສົນທິສັນຍາຮ່າໂນ້ຍ.

ແບ່ງແລວຄົມມະນາຄົມ ຮັບໃຊ້ພິທີລົງນາມໃນສົນທິສັນຍາຮ່າໂນ້ຍ.

ຍສໝ - ວັນທີ 23 ຕຸລາ, ກົມຕໍາຫຼວດນະຄອນຮ່າ​ໂນ້ຍໄດ້ແຈ້ງການແບ່ງແລວຄົມມະນາຄົມ ຮັບໃຊ້ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ ຊຶ່ງຈະຈັດຂຶ້ນຕັ້ງແຕ່ວັນທີ 25 ຫາ 26 ຕຸລາ ປີ 2025.

ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ: ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສອງ​ດ້ານ

ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ: ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສອງ​ດ້ານ

ຍສໝ - ການ​ເປີດ​ກວ້າງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ (ສົນທິສັນຍາ​ຮ່າ​ໂນ້ຍ) ​ໄດ້​ລົງ​ນາມ​ເປັນ​ຂີດ​ໝາຍ​ການ​ຫັນປ່ຽນ​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ສາກົນ. ສຳລັບຫວຽດນາມ - ປະເທດທີ່ມີອັດຕາຜູ້ໃຊ້ອິນເຕີເນັດສູງທີ່ສຸດໃນໂລກ, ນີ້ແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມືສາກົນ ແລະ ປັບປຸງຄວາມສາມາດປ້ອງກັນທາງອິນເຕີເນັດ, ທັງເປັນສິ່ງທ້າທາຍໃນການປັບປຸງກອບກົດໝາຍ, ພື້ນຖານໂຄງລ່າງເຕັກນິກ ແລະ ຊັບພະຍາກອນມະນຸດໃຫ້ສົມບູນແບບເພື່ອປະຕິບັດບັນດາຄໍາໝັ້ນສັນຍາສາກົນຢ່າງມີປະສິດທິຜົນ.

ຫຼາຍ​ປະ​ເທດ​ຕີ​ລາຄາ​ສູງ​ບົດບາດ​ນຳ​ໜ້າ​ຂອງ​ຫວຽດນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ.

ຫຼາຍ​ປະ​ເທດ​ຕີ​ລາຄາ​ສູງ​ບົດບາດ​ນຳ​ໜ້າ​ຂອງ​ຫວຽດນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ.

ຍສໝ - ຕອນບ່າຍວັນທີ 25 ຕຸລາ, ໃນຂອບເຂດພິທີລົງນາມສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ສູງ​ໄດ້​ດຳ​ເນີນ​ໄປ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ຂອງ 110 ກວ່າ​ປະ​ເທດ ແລະ ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ. ກອງ​ປະຊຸມ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ປະຊາ​ຄົມ​ໂລກ, ດ້ວຍ​ຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ ​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ສັບສົນ​ທີ່​ນັບ​ມື້​ນັບ​ສັບສົນ​ຂອງ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ.

ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ

ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ

ຍສໝ - ​ໃນ​ພິທີ​ລົງ​ນາມ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ (ສົນທິສັນຍາ​ຮ່າ​ໂນ້ຍ) ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 25-26 ຕຸລາ 2025, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ໄດ້​ວິ​ເຄາະ​ຄວາມ​ໝາຍ​ຂອງ​ເຫດການ ​ແລະ ສະ​ເໜີ​ບັນດາ​ບາດກ້າວ​ສະ​ເພາະ​ຂອງ​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ ​ແລະ ມີ​ອິດ​ທິພົນ​ໃນ​ການ​ຊຸກຍູ້​ການ​ປະຕິບັດ​ສົນທິສັນຍາ ​ແລະ ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ.