ຫວຽດນາມ ຢັ້ງຢືນສືບຕໍ່ສະໜັບສະໜູນການຜັນຂະຫຍາຍ ສັນທະມະຕິ 5 ຂໍ້ ຢ່າງມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ

ຫວຽດນາມ ຢັ້ງຢືນສືບຕໍ່ສະໜັບສະໜູນການຜັນຂະຫຍາຍ ສັນທະມະຕິ 5 ຂໍ້ ຢ່າງມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ

ຍສໝ - ເຂົ້າຮ່ວມກອງປະຊຸມແບບບໍ່ເປັນທາງການ ລະຫວ່າງ ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ, ຫວຽດນາມ ໄດ້ຢັ້ງຢືນສືບຕໍ່ສະໜັບສະໜູນການຜັນຂະຫຍາຍ ສັນທະມະຕິ 5 ຂໍ້ ຢ່າງມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ, ໃນຂະນະດຽວກັນ ກໍໄດ້ສະເໜີເພີ່ມທະວີການເຈລະຈາ ແລະ ປະສານງານຊ່ວຍເຫຼືອ ມຽນມາ ກ້າວໄປສູ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.