ກໍ່ສ້າງແຂວງ ກວ໋າງຈິ ກາຍເປັນສັນຍາລັກຂອງບັນດາຄຸນຄ່າສັນຕິພາບ
ດິນແດນກວ໋າງຈິແມ່ນຮູບພາບຮັດແຄບຂອງສົງຄາມຫວຽດນາມແມ່ນແຫ່ງທີ່ລູກລະເບີດທຳລາຍຢ່າງຮ້າຍກາດພ້ອມກັບຄວາມເສຍສະຫຼະ, ການສູນເສຍຢ່າງຫຼວງຫຼາຍ. ດັ່ງນັ້ນສັນຕິພາບຍາມໃດກໍ່ແມ່ນຄວາມຄາດຫວັງຢ່າງແຮງກ້າຂອງຊາວແຂວງກວ໋າງຈິກໍ່ຄືຂອງຊາວຫວຽດນາມທຸກໆຄົນ. ຄວາມຄາດຫວັງມີສັນຕິພາບກໍ່ແມ່ນຄວາມມຸ່ງຫວັງຂອງນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ຮັບເຄາະຮ້າຍຈາກສົງຄາມນັບໝື່ນຄົນ. ດັ່ງນັ້ນພະນັກງານແລະປະຊາຊົນແຂວງກວ໋າງຈິພວມມານະພະຍາຍາມກໍ່ສ້າງດິນແດນແຫ່ງນີ້ ໃຫ້ກາຍເປັນສັນຍາລັກແຫ່ງສັນຕິພາບ ແລະ ເຊີດຊູຄຸນຄ່າຂອງສັນຕິພາບ