ຍສໝ - ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ແດນມາກ (VIDAFA) ສົມທົບກັບສະຖານທູດ ແດນມາກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”.
ຍສໝ - ຕອນເຊົ້າວັນທີ 24 ກັນຍາ 2023, ຄະນະຊາວໜຸ່ມຮາກຖານກອງພົນ 126 ໄດ້ສົມທົບກັບຄະນະຊາວໜຸ່ມເມືອງບັກລອງວີ (ນະຄອນຫາຍຟ່ອງ) ໄດ້ຈັດຕັ້ງງານລ້ຽງວັນອາທິດສີຂຽວ ດ້ວຍຄຳຂວັນ “ຮ່ວມມືຮັກສາສິ່ງແວດລ້ອມທາງທະເລ”.
ຍສໝ - ຄະນະຜູ້ແທນ ຫວຽດນາມ ກໍໄດ້ຍົກອອກຫຼາຍຂໍ້ສະເໜີແນະ ເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ, ພິເສດແມ່ນຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງເຖິງການສ້າງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີທາງທະເລ.
ການໂອ້ລົມສົນທະນາຄັ້ງນີ້ ໄດ້ສ້າງກາລະໂອກາດໃຫ້ແກ່ເພື່ອນໜຸ່ມປຶກສາຫາລື ກ່ຽວກັບບົດບາດ ແລະ ກາລະໂອກາດຂອງ ຊາວໜຸ່ມ, ພ້ອມທັງເຂົ້າໃຈຢ່າງຈະແຈ້ງກວ່າອີກ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງຊາວໜຸ່ມລຸ້ນຕ່າງໆ ໃນຊຸມປີ 1980 ມາຮອດປັດຈຸບັນ.
ຍສໝ - ໂດຍສືບຕໍ່ໂຄງການກອງປະຊຸມປະຈຳປີ ຄັ້ງທີ 29 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF-29), ຕອນເຊົ້າວັນທີ 15 ທັນວາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ພ້ອມກັບບັນດາລັດຖະສະພາສະມາຊິກ APPF ໄດ້ດຳເນີນວາລະປະຊຸມທີ 3 ກ່ຽວກັບການຮ່ວມມືເຂດອາຊີ - ປາຊີຟິກ ຕາມຮູບແບບທາງໄກ.
ຍສໝ - ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພວມຮັບເອົາຄຳເຫັນປະກອບໃຫ້ແກ່ຮ່າງຂໍ້ກຳນົດຂອງທ່ານນາຍົກລັດຖະມົນຕີ ທີ່ອະນຸມັດຜ່ານ “ຍຸດທະສາດແຫ່ງຊາດກ່ຽວກັບຊີວະນາໆພັນຊີວະສາດຮອດປີ 2030, ວິໄສທັດຮອດປີ 2050” ໃນນັ້ນໄດ້ຕັ້ງເປົ້າໝາຍຮອດປີ 2030, ຫວຽດນາມ ຈະມີເຂດອະນຸລັກທຳມະຊາດຢ່າງໜ້ອຍສຸດ 10 ແຫ່ງໄດ້ນຳເຂົ້າບັນຊີລາຍຊື່ສີຂຽວທົ່ວໂລກ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.
ຍສໝ - ເຫດການນີ້ໄດ້ນຳເມືອງ ອາເລືອຍກາຍເປັນເມືອງເຂດພູດອຍທຳອິດຂອງ ຫວຽດນາມເຂົ້າຮ່ວມໂຄງການທີ່ມີລັກສະນະທົ່ວໂລກ ຂອງ WWF ຢ່າງເປັນທາງການໃນນັ້ນ ເມືອງອາເລືອຍ ໄດ້ໃຫ້ຄຳໝັ້ນສັນຍາຈະແກ້ໄຂບັນຫາມົນລະພິດຂີ້ເຫຍື້ອປຼາດສຕິກ ມຸ່ງໄປສູ່ເປົ້າໝາຍບໍ່ມີຂີ້ເຫຍື້ອປຼາດຕິກໃນທຳມະຊາດໃນປີ 2030.
ຍສໝ - ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງພ້ອມກັນ ສຸມກຳລົງແຮງ, ສົມທົບກັນມີການກະທຳຢ່າງຮີບດ່ວນ, ເດັດດ່ຽວຂ້ຽວຂາດ ແລະ ແທດຈິງ ກ່ວາອີກເພື່ອປົກປັກຮັກສາ “ແຫຼ່ງຊັບພະຍາກອນອັນລ້ຳຄ່າ” ແມ່ນຊີວະນາໆພັນ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງບັນດາລຸ້ນຄົນໃນອະນາຄົດ.
ພະລັງງານຜະລິດຄືນໃຫມ່ ປະຈຸບັນກວມເອົາປະມານ 10% ກຳລັງການຜະລິດຂອງທັງລະບົບໄຟຟ້າ.
ຍສໝ - ເນື່ອງໃນໂອກາດນີ້, ລັດຖະມົນຕີສອງທ່ານໄດ້ລົງນາມແກ່ຍາວເວລາກຳນົດຂອງບົດບັນທຶກຊ່ວຍຈຳຮ່ວມມືກ່ຽວກັບສິ່ງແວດລ້ອມລະຫວ່າງ ສອງກະຊວງ ມຸ່ງໄປສູ່ບັນດາເປົ້າໝາຍ: ເພີ່ມທະວີ, ສ້າງເງື່ອນໄຂ ແລະ ພັດທະນາການຮ່ວມມືໃນຂົງເຂດສິ່ງແວດລ້ອມ, ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງບັນດາການກະທຳເພື່ອແນໃສ່ປະຕິບັດສຳເລັດຂໍ້ຕົກລົງ Paris, ບັນດາເປົ້າພັດທະນາແບບຍືນຍົງໂດຍໄວ.