ຫາຍເຢືອງ ຜັນຂະຫຍາຍຫຼາຍການເຄື່ອນໄຫວສົ່ງເສີມການຄ້າຢູ່ ອາຟຣິກາ ໃຕ້
ຍສໝ - ໂດຍເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ; ເຮັດວຽກຮ່ວມກັບສະມາຄົມການນໍາເຂົ້າ-ສົ່ງອອກຫມາກໄມ້ຂອງ ອາຟຣິກາ ໃຕ້; ຢ້ຽມຢາມບັນດາຮາກຖານຜະລິດໂປແກຼມຕັກໂນໂລຢີສູງ... ແມ່ນການເຄື່ອນໄຫວຂອງຄະນະປະຕິບັດງານແຂວງ ຫາຍເຢືອງ ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາຟຣິກາ ໃຕ້ ໃນເດືອນມີຖຸນາ. ຄະນະປະຕິບັດງານໂດຍທ່ານ ເຈີ່ນດຶກຖັງ, ກໍາມະການສູນກາງພັກ, ເລຂາພັກແຂວງ ຫາຍເຢືອງ ນຳໜ້າຄະນະ ເພື່ອຍູ້ແຮງການສົ່ງເສີມການລົງທຶນຕ່າງປະເທດ.