ຍສໝ - ຕາມສະມາຄົມປຸງແຕ່ງ ແລະ ສົ່ງອອກສິນທະເລ ຫວຽດນາມ (VASEP) ແລ້ວ, ມູນຄ່າການສົ່ງອອກປາທູນ່າຂອງ ຫວຽດນາມ ໄປຍັງ EU ໄລຮອດວັນທີ 15 ສິງຫາ 2024 ໄດ້ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ບັນລຸກວ່າ 133 ລ້ານ USD.
ຍສໝ - ໃນປີທີ 2 ທີ່ໄດ້ຈັດສັບປະດາສິນຄ້າ ຫວຽດນາມ ສົ່ງອອກ, ຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນທີ່ບໍ່ແມ່ນອາຫານ ກໍ່ໄດ້ເພີ່ມຂຶ້ນຢ່າງຕັ້ງໜ້າໃນດ້ານປະລິມານ, ຄຸນນະພາບ, ແລະ ປະເພດສິນຄ້າຂອງຫວຽດນາມ. ເຫດການດັ່ງກ່າວໄດ້ຈັດຂຶ້ນຢູ່ລະບົບສັບພະສິນຄ້າ Lulu ແລະ Al Maya, ສະຫະລັດ ອາຣັບ ເອມີເລດ (UAE), ເຊິ່ງດຳເນີນແຕ່ວັນທີ 9-15 ພະຈິກ.
8 ເດືອນຕົ້ນປີ 2022, ການສົ່ງອອກ ແລະ ສົ່ງອອກສິນຄ້າຍັງແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ, ເມື່ອວົງເງິນບັນລຸເກືອບ 500 ຕື້ USD, ປະກອບສ່ວນເຮັດໃຫ້ລະດັບສ່ວນເກີນການຄ້າ ຂຶ້ນເຖິງ 5,49 ຕື້ USD. ໄປຄຽງຄູ່ກັນນັ້ນ, ການປະຕິບັດລະບຽບການບໍລິຫານມີຄວາມສະດວກ, ໝາກຜົນນີ້ແມ່ນຄວາມມານະພະຍາຍາມຂອງວິສາຫະກິດ ໃນການຟື້ນຟູການຜະລິດດຳເນີນທຸລະກິດ, ເຊື່ອມຕໍ່ລະບົບສະໜອງໃນເງື່ອນໄຂພະຍາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ. ໃນຊຸມເດືອນທ້າຍປີ, ເຖິງວ່າຕ້ອງປະສົບກັບສິ່ງທ້າທາຍຫຼາຍຢ່າງກໍ່ຕາມແຕ່ບັນດາວິສາຫະກິດ ສົ່ງອອກພວມເພີ່ມຄວາມໄວ, ມານະພະຍາຍາມໃນການປະຕິບັດສຳເລັດເປົ້າໝາຍທີ່ວາງອອກ.
ຕາມຕົວເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ນັບແຕ່ຕົ້ນປີ 2022 ມາຮອດວັນທີ 15 ມີນາ, ການສົ່ງອອກໂທລະສັບ ແລະ ເຄື່ອງອາໄຫຼ່ ບັນລຸ 11,13 ຕື້ USD, ສືບຕໍ່ເປັນໝວດສິນຄ້າສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.
ຍສໝ - ຂະແໜງຫນັງເກີບໄດ້ຟື້ນຕົວຢ່າງແຮງ ແລະ ຄາດວ່າຈະບັນລຸວົງເງິນການຄ້າສົ່ງອອກເຕີບໂຕໃນທາງບວກ ປະມານ 5% ໃນປີ 2021.
ຍສໝ - ນີ້ແມ່ນເຫດການເປີດສາກໃຫ້ແກ່ສັບປະດາລິ້ນຈີຫວຽດນາມໂດຍຫ້ອງການການຄ້າຫວຽດນາມປະຈຳອົດສະຕາລີປະຕິບັດ. ຈຳນວນລິ້ນຈີຂາຍປະມູນໄດ້ເລືອກເອົາຈາກງວດສິນຄ້າລິ້ນຈີສົດ 17 ໂຕນເຊິ່ງຫາເຂົ້າທຽບທ່າແລະຈຳໜ່າຍຢູ່ລັດອົດສະຕາລີຕາເວັນຕົກ.
ງານວາງສະແດງ ແມ່ນເວທີປາໄສເພື່ອໃຫ້ຜູ້ຄຸ້ມຄອງ, ນັກວິທະຍາສາດ, ນັກດຳເນີນທຸລະກິດ, ຊາວກະສິກອນ ແບ່ງປັນ, ແນະນຳບັນດາຜະລິດຕະພັນເຕັກໂນໂລຢີໃໝ່, ຮູບແບບທີ່ກ້າວໜ້າ, ເຊື່ອມຕໍ່ການຜະລິດກັບການຈຳໜ່າຍ ແນໃສ່ຍົກສູງປະລິມານການຜະລິດ ແລະ ມູນຄ່າຂອງຜະລິດຕະພັນກຸ້ງ.
ຍສໝ - ວົງເງິນສົ່ງອອກຂອງສິນຄ້າກະເສດ, ສິນໃນນ້ຳ ເພີ່ມຂຶ້ນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ລາຍລະອຽດ, ສິນໃນນ້ຳບັນລຸ 600 ລ້ານ USD, ເພີ່ມຂຶ້ນ 19,6%, ຢາງພຽງພາ ບັນລຸ 321 ລ້ານ USD, ເພີ່ມຂຶ້ນ 142,2%...
ຍສໝ - ຕາມທ່ານ ຫງວຽນແກ໋ງເກື່ອງ ທູດການຄ້າຫວຽດນາມ ປະຈຳ ອັງກິດ ແລ້ວ, ຍ້ອນມີສັນຍາ UKVFTA, ສະນັ້ນ, ການສົ່ງອອກເຂົ້າສານຫອມຂອງຫວຽດນາມ ທີ່ມີຄຸນນະພາບສູງໄປຍັງຕະຫຼາດອັງກິດ ໃນປີ 2021 ຈະເພີ່ມຂຶ້ນຢ່າງແຮງ.
ຍສໝ - ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ) ຫາກໍ່ສົມທົບກັບກົມຕະຫຼາດເອີລົບ - ອາຟຼິກກາ (ກະຊວງອຸດສາຫະກຳການຄ້າ), ຫ້ອງການການຄ້າຫວຽດນາມປະຈຳໂຮນລັງ, ສະມາຄົມວິສາຫະກິດກິລາໂຮນລັງ (FGSH) ໄດ້ຈັດຕັ້ງເວທີປາໄສການພົວພັນຄ້າຂາຍທາງອອນລາຍສິນຄ້າກິລາຫວຽດນາມ - ໂຮນລັງ 2020.
ຍສໝ - ຕາມກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນການກະເສດ, ແງ່ຫວັງສົ່ງອອກເຂົ້າສານພວມເປີດກວ້າງເມື່ອ ສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໄດ້ຮັບຮອງເອົາຈາກ ສະພາແຫ່ງຊາດ, ຕາມນັ້ນແລ້ວ, EU ຈະສະຫງວນໃຫ້ແກ່ຫວຽດນາມ ໂຄຕານຳເຂົ້າເຂົ້າສານ 80.000ໂຕນ/ປີ.
ຍສໝ - ສ່ວນຕະຫຼາດສິນຄ້າສົ່ງອອກໃນ 6 ເດືອນຕົ້ນປີ 2020, ອາເມລິກາສືບຕໍ່ແມ່ນປະເທດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸກ່ວາ 30ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນປີກ່ອນ. ຖັດຈາກນັ້ນແມ່ນຈີນ, EU ແລະ ອາຊຽນ.
ຍສໝ - ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນ 11 ເດືອນ ຜ່ານມາ ບັນລຸໄດ້ຫຼາຍກ່ວາ 470 ຕື້ USD, ດ້ວຍຄວາມຄືບໜ້າຄືໃນປັດຈຸບັນ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ຈະລື່ນກາຍຄາດໝາຍ 500 ຕື້ USD ໃນທ້າຍເດືອນທັນວາ ປີ 2019.
ຍສໝ - ວົງເງິນສົ່ງອອກນຳເຂົ້າສິນຄ້າ 11 ເດືອນຕົ້ນປີ 2019 ບັນລຸໄດ້ປະມານເກືອບ 474 ຕື້ USD, ໃນນັ້ນວົງເງິນສົງອອກນຳເຂົ້າສິນຄ້າບັນລຸໄດ້ເກືອບ 241.5 ຕື້ USD.