ຍສໝ - ໂຄງການປັບປຸງການປະມົງ ບາເຣຍ - ຫວຸງເຕົາ (FIP ຫວຸງເຕົາ) ຖືກກຳນົດວ່າເປັນຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP) ແບບທົ່ວໄປໃນຂະແໜງການປະມົງຂອງຫວຽດນາມ, ປະກອບສ່ວນເຂົ້າໃນການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ສ້າງລະບົບຕ່ອງໂສ້ການປຸງແຕ່ງການປະມົງທີ່ໂປ່ງໃສ ແລະ ມີຄວາມຮັບຜິດຊອບ, ເພື່ອຕອບສະໜອງມາດຕະຖານສາກົນ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບຕ່ອງໂສ້ການສະໜອງອາຫານທະເລທົ່ວໂລກ.
ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ.
ເພື່ອເປີດໂອກາດໃຫ້ນັກທຸລະກິດ ແລະ ຜູ້ປະກອບການ ສປປ ລາວ ແລະ ຕ່າງປະເທດ ໄດ້ພົບປະແລກປ່ຽນ ແລະ ຮັບຟັງສະພາບການດຳເນີນທຸລະກິດ ແລະ ທ່າແຮງຕ່າງໆຂອງການພັດທະນາ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 15 ພຶດສະພາ 2019 ໄດ້ຈັດກອງປະຊຸມ Top Executive Meeting 2019 ຂຶ້ນຢູ່ໂຮງແຮມຄຣາວ ພລາຊາ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຕາງໜ້າຈາກພາກລັດ ທູຕານຸທູດ ນັກທຸລະກິດລາວ ແລະ ຕ່າງປະເທດ ເຂົ້າຮ່ວມ.
ເມື່ອເວົ້າເຖິງການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຢູ່ໃນກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII ໄວ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຫັນແຜນຍຸດທະສາດພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດເປັນໂຄງການລະດັບຊາດຄື: ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການສົ່ງເສີມຜະລິດເປັນສິນຄ້າ.
ຍສໝ - ຫວຽດນາມພ້ອມແລ້ວທີ່ຈະສ້າງກົນໄກການປຶກສາຫາລືນະໂຍບາຍດ້ານປ້ອງກັນຊາດລະດັບລັດຖະມົນຕີຊ່ວຍວ່າການໃນເວລາຕໍ່ໜ້າ.
ຍສໝ - ນີ້ແມ່ນຫົວຂໍ້ຂອງເວທີປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ 2019 (VSF) ເຊິ່ງໄດ້ຈັດຂຶ້ນໂດຍພາຍໃຕ້ການຊ່ວຍເຫຼືອຂອງກະຊວງແຜນການ ແລະ ການລົງທຶນ, ສະຖາບັນນະໂຍບາຍ ແລະການພັດທະນາໂດຍການຮ່ວມມືກັບສະມາຄົມວິທະຍາສາດ ແລະ ຜູ້ຊ່ຽວຊານຫວຽດນາມໃນທົ່ວໂລກ (AVSE Global) ໃນເມື່ອວັນທີ 18 ເດືອນມັງກອນ ປີ 2019.