ໃນບັ້ນຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ຢູ່ ຫວຽດນາມ, ພັກ, ລັດ, ລັດຖະບານ ແລະ ບັນດາອົງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19.
ຍສໝ - ຜູ້ຕາງໜ້າພະແນກສາທາລະນະສຸກຮ່າໂນ້ຍ ໃຫ້ຮູ້ວ່າ: ນະຄອນຈະຜັນຂະຫຍາຍການສັກວັກຊີນຕ້ານໂຄວິດ-19 ໃຫ້ແກ່ເດັກ ຊັ້ນ ມ 4 ນັບແຕ່ວັນທີ 27 ພະຈິກນີ້ເປັນຕົ້ນໄປ. ສ່ວນເດັກທີ່ມີພະຍາດມາແຕ່ກຳເນີດ, ພະຍາດຊຳເຮື້ອຢູ່ຫົວໃຈ, ປອດ, ລະບົບຍ່ອຍອາຫານ, ທໍ່ສົ່ງນໍ້າຍ່ຽວ, ເລືອດ... ສຸນສຸກສາລາບັນດາເມືອງ, ຕົວເມືອງຈະສະໜອງວັກຊີນໃຫ້ໂຮງໝໍເພື່ອສັກໃຫ້ເດັກ.
ວັກຊິນກັນພະຍາດໂຄວິດ-19 ກຳລັງຈະສົ່ງມາຮອດຫວຽດນາມດ້ວຍຈຳນວນຫຼາຍ, ແຕ່ມີຫຼາຍຊະນິດ. ສະນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ຕ້ອງຈັດແບ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເພື່ອຮັບປະກັນຄວາມຄືບໜ້າໃນການສັກວັກຊີນໃຫ້ໄວທີ່ສຸດເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະແມ່ນຢູ່ບັນດາແຂວງທາງພາກຕາເວັນຕົກ ແລະ ເຂດ ໄຕ່ງວຽນ, ເຊີ່ງແມ່ນເຂດທີພະຍາດກຳລັງຜັນແປຢ່າງສັບສົນ.
ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນເກືອບ 55 ລ້ານໂດສ, ໃນນັ້ນມີ ເກືອບ 39 ລ້ານຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ຮັບການສັກວັກຊິນເຂັມທີ 1ແລະ 16 ລ້ານຄົນໄດ້ຮັບການສັກວັກຊິນເຂັມທີ 2.
ວັນທີ 14 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ວັນທີ 27 ເມສາ ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 4 ລ້ານໂດສ, ໃນນັ້ນ ມີຫຼາຍກວ່າ 283.000 ຄົນ ໄດ້ຮັບການສັກວັກຊິນຄົບ 2 ເຂັມແລ້ວ.
ຂໍຝາກມາຍັງ ທາງໂຮງໝໍເມືອງແຕ່ລະບ່ອນ ຄວນຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນ ຜູ້ໄປສັກຢາວັກແຊງ ຈົ່ງໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງທາງສັງຄົມ ເພາະຄົນທີ່ໄປສັກຢາ ແມ່ນມາຈາກຫລາຍບ່ອນຫລາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງ ຕໍ່ການຕິດເຊື້ອ ກໍອາດເປັນໄດ້ ແລະ ອາດຈະລະບາດ ກັນໄປຢ່າງກວ້າງຂວາງ.
ຍສໝ - ໃນຕອນເຊົ້າວັນທີ 17 ທັນວາ 2020, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ດຳເນີນການສັກ ວັກຊິນກັນໂຄວິດ - 19 ທົດລອງເຂັມທຳອິດໃຫ້ແກ່ຜູ້ອາສາສະໝັກ.