ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ບັນດາການນຳ ແລະ ນັກການເມືອງຂອງ ກຳປູເຈຍ, ເມັກຊິໂກ, ອູຣູກວາຍ ແລະ ຝລັ່ງ ໄດ້ແບ່ງປັນຄວາມຊົມເຊີຍຕໍ່ການເຄື່ອນໄຫວປະຫວັດສາດ ແລະ ພັດທະນາຂອງຫວຽດນາມ. ນັບແຕ່ໄຊຊະນະປີ 1945 ທີ່ໄດ້ເປີດສັງກາດເປັນເອກະລາດ, ເຖິງຂະບວນການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ໄດ້ຮັບການຮັບຮູ້ວ່າແມ່ນສັນຍາລັກແຫ່ງການປົດປ່ອຍຊາດ, ເປັນແບບຢ່າງແຫ່ງການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ, ກໍ່ຄືເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.
ຍສໝ - ວັນທີ 17 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ດຳເນີນການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າບັນດາອົງການຂ່າວລາວ ແລະ ອົງການຂ່າວຫວຽດນາມ ປະຈຳ ລາວ. ກອງປະຊຸມເພື່ອແນໃສ່ຕີລາຄາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນໃນວຽກງານການໂຄສະນາ, ຖະແຫຼງຂ່າວຕ່າງປະເທດ - ຂົວເຊື່ອມຕໍ່ທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ລາວ.
ຍສໝ - ສຳນັກຂ່າວສານແຫ່ງຊາດ Antara, ໜັງສືພິມ Kompas ແລະ ໜັງສືພິມຫຼາຍສະບັບສົ່ງຂ່າວກ່ຽວກັບພິທີຕ້ອນຮັບຢ່າງສົມກຽດຂອງທ່ານ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ທຳນຽບປະທານາທິບໍດີ - ພະລາຊະວັງ Merdeka, Jakarta.
ຍສໝ - ສໍານັກຂ່າວສານປະເທດລາວ (ຂປລ ຫລື KPL) ໄດ້ຮັບການສ້າງຕັ້ງຂຶ້ນ( 6 ມັງກອນ 1968), ນັບແຕ່ມື້ ໄດ້ຮັບການສ້າງຕັ້ງ ກໍໄດ້ຮັບການອູ້ມຊູຊ່ວຍເຫລືອຂອງສໍານັກຂ່າວສານຫວຽດນາມ ຊຶ່ງເປັນເພື່ອນມິດ ຜູ້ ສະໜິດສະໜົມ, ເຂົ້າອົກເຂົ້າໃຈ ແລະ ເຕັມໄປດ້ວຍຄວາມເສຍສະລະ.
ຍສໝ - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າສຳນັກຂ່າວສານປະເທດລາວ (KPL) ຄຳມ່ວນ ພິລາພາ ແລະ ຄະນະ KPL ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.