ສາຍການບິນຫວຽດນາມ ເລີ່ມຖ້ຽວບິນເປັນປົກກະຕິລະຫວ່າງ ເອີລົບ ແລະ ຫວຽດນາມ
ຍສໝ - ພາຍຫຼັງເກືອບ 2 ປີແຫ່ງການຢຸດສະງັກຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວັນທີ 25 ມັງກອນນີ້, ບໍລິສັດການບິນຫວຽດນາມ (Vietnam Airlines) ໄດ້ດຳເນີນຖ້ຽວບິນທຳອິດເປັນທາງການ 2 ຖ້ຽວບິນເພື່ອຟື້ນຟູເສັ້ນທາງການບິນປົກກະຕິລະຫວ່າງເອີລົບ ແລະ ຫວຽດນາມ.