ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ
ຍສໝ - ສາຍການບິນຫວຽດນາມ ພຽງແຕ່ຂາຍປີ້ໃຫ້ຄົນທີ່ມີວີຊາເຂົ້າເມືອງ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ. ໃນເວລາທີ່ຂາຍປີ້ຍົນ, ສາຍການບິນມີຄວາມຮັບຜິດຊອບໃນການກວດສອບໃບຮັບຮອງບໍ່ຕິດພະຍາດ COVID-19 ທີ່ໄດ້ອອກໂດຍອົງການທີ່ກ່ຽວຂ້ອງ.