ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.
ຍສໝ - ໃນວັນທີ 13 ຕຸລາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ບາໂກດຽກ ບູການັອຟ (Mr. Bakhodir Burkhanov) ເພື່ອດໍາລົງຕໍາແໜ່ງເປັນ ຜູ້ປະສານງານ ອົງການ ສະຫະປະຊາຊາດ (ສປຊ) (United Nations Resident Coordinator ຫລື UNRC) ປະຈໍາ ສປປ ລາວ ຄົນໃໝ່.
ຍສໝ - ໃນໄລຍະຈະມາເຖິງ, 3G ແລະ G20 ຕ້ອງຍາດແຍ່ງທ່າພັດທະນາໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດວົງວຽນ ແລະ ການຫັນປ່ຽນພະລັງງານ; ສຸມໃສ່ພັດທະນາກະສິກຳແບບຍືນຍົງ...
ຍສໝ - ຕອນບ່າຍວັນທີ 12 ເມສາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານປະຈຳສະຫະປະຊາຊາດ ປະຈຳຫວຽດນາມ.
ຕາມສຳນັກຂ່າວສານຫວຽດນາມ ໃນຕອນເຊົ້າວັນທີ 27 ກຸມພາ ທີ່ນະຄອນເຈນີວາແລ້ວ, ໃນໂອກາດເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 52 ຂອງສະພາສິດທິມະນຸດສະຫະປະຊາຊາດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres,
ຍສໝ - ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປະຕິບັດກົດໝາຍສາກົນ, ກົດບັດ ສປຊ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິສົງຄາມ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ເຊື່ອມຕໍ່ການໂອ້ລົມສົນທະນາ, ເຈລະຈາເພື່ອຊອກຫາວິທີແກ້ໄຂຄວາມບໍ່ລົງລອຍກັນ ໂດຍສັນຕິ, ຮອບດ້ານ, ສົມເຫດສົມຜົນ, ຍາວນານບົນພື້ນຖານສອດຄ່ອງ ກັບກົດໝາຍສາກົນ ແລະ ກົດບັດ ສປຊ.
ໃນການເຮັດວຽກກັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໃນວັນທີ 18 ພຶດສະພາ, ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດ.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມທີ່ສະຫະປະຊາຊາດ (ສປຊ), ໃນວັນທີ 21 ກຸມພາ ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຮັບຜິດຊອບການເຄື່ອນໄຫວສັນຕິພາບ ໄດ້ກ່າວຂອບໃຈຫວຽດນາມກ່ຽວກັບການສະໜັບສະໜູນອັນໜັກແໜ້ນຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກໍຄືການປະກອບສ່ວນຂອງຫວຽດນາມທາງດ້ານບຸກຄະລາກອນໃຫ້ແກ່ ສປຊ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງສັບປະດາເຄືອຂ່າຍ Startup ແຫ່ງຊາດປີ 2021, ວັນທີ 18 ພະຈິກ, ວາລະສານເວທີປາໄສວິສາຫະກິດ, ຫ້ອງການການຄ້າ ແລະ ເຕັກໂນໂລຢີ ຫວຽດນາມ (VCCI) ໄດ້ຈັດຕັ້ງ ເວທີປາໄສ Startup ສາກົນ: ວິສາຫະກິດໜຸ່ມ ແລະ ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ຍສໝ - ວັນທີ 2 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມສະເພາະ ປະຈຳປີ ກັບ ທ່ານນາງ Joan Donoghue ປະທານສານສາກົນ. ທ່ານປະທານສານສາກົນ ໄດ້ລາຍງານກ່ຽວກັບຫົວຂໍ້ “ບົດບາດຂອງ ປະທານສາກົນສາກົນ ຕາມຂໍ້ກຳນົດກົດລະບຽບ ແລະ ບັນດາເອກະສານບໍລິຫານຂອງສານ”.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ກ່ຽວກັບການເມືອງ - ຄວາມໝັ້ນຄົງ ຢູ່ ປະເທດຊູດັງໃຕ້ ໃນໄລຍະທີ່ຜ່ານມາ, ໃນນັ້ນ UNMISS ໄດ້ສວມບົດບາດສຳຄັນໃນການຊຸກຍູ້ບັນດາຄວາມຄືບໜ້າດັ່ງກ່າວ.
ຍສໝ - ກ່າວຄຳເຫັນກ່ຽວກັບສະພາບການຢູ່ຊີຣີ, ທ່ານ ເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ອຸປະທູດຊົ່ວຄາວ ຂອງ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີການໂອ້ລົມສົນທະນາ ແລະ ຊຸກຍູ້ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ທີ່ກ່ຽວຂ້ອງ ດ້ວຍການໜູນຊ່ວຍ ແລະ ປະກອບສ່ວນຢ່າງສ້າງສັນຂອງ ສະຫະປະຊາຊາດ ແລະ ສາກົນ
ຍສໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.
ຍສໝ - ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.
ຍສໝ - ນີ້ແມ່ນກອງປະຊຸມນັດສະມັນຂັ້ນເອກອັກຄະລັດຖະທູດ ລະຫວ່າງ ອາຊຽນ ກັບ ສປຊ ເພື່ອແນໃສ່ກວດກາຄວາມຄືບໜ້າໃນການປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດແຜນການກະທຳ ອາຊຽນ - ສປຊ ໄລຍະ 2016 – 2020.
ຍສໝ - ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງການສະຫະປະຊາຊາດປະຈຳຫວຽດນາມໄດ້ຈັດຕັ້ງ “ເວທີປາໄສຊາວໜຸ່ມ UN75” ດ້ວຍຫົວຂໍ້ “ອະນາຄົດເຊິ່ງພວກເຮົາຢາກໄດ້”. ນີ້ແມ່ນເຫດການທາງອອນລາຍທຳອິດໂດຍສະຫະປະຊາຊາດຈັດຂຶ້ນເພື່ອແນໃສ່ເຊື່ອມໂຍງຊາວໜຸ່ມຫວຽດນາມ ປຶກສາຫາລື ແລະ ແບ່ງປັນບັນດາບັນຫາທີ່ຊາວໜຸ່ມສົນໃຈໃນປັດຈຸບັນ.
ຍສໝ - ຫວຽດນາມສະໜັບສະໜູນເຄື່ອນໄຫວຂອງ AMISOM ແລະ UNSOM ກໍ່ຄືເຄື່ອນໄຫວຂອງກຸ່ມປະຕິບັດງານຂອງສະຫະປະຊາຊາດປະຈຳ ໂຊມາບີ ເພື່ອແນໃສ່ໜູນຊ່ວຍ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃຫ້ແກ່ປະເທດນີ້.
ຍສໝ - ນີ້ແມ່ນການເຄື່ອນໄຫວທຳອິດຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປເຖິງກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ