ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025
ຍສໝ - ທ່ານຮອງລັດຖະມົນຕີ ໂດະຮຸ່ງຫວຽດ, ຫົວໜ້າຄະນະວຽກງານ ຢືນຢັນວ່າ ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025 ແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນຕ່າງປະເທດ, ນະໂຍບາຍຊຸກຍູ້ ແລະ ຍົກສູງລະດັບການພົວພັນທາງການທູດຫຼາຍຝ່າຍ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ທິດທາງທີ 25 ຂອງຄະນະເລຂາທິການ.