ຍສໝ - ທ່ານເອກອັກຄະລັດຖະທູດ Djani ເນັ້ນໜັກວ່າ, ຫວຽດນາມໄດ້ປະກອບສ່ວນ ສຳຄັນເຂົ້າໃນການຍົກສູງສຽງ ແລະ ພາບພົດ ຂອງອາຊຽນ ຢູ່ສະພາຄວາມ ໝັ້ນຄົງ. ພ້ອມທັງເຊື່ອໝັ້ນ ວ່າ, ຫວຽດນາມ ຈະສືບຕໍ່ຊຸກຍູ້ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດຂອງສະພາຄວາມໝັ້ນຄົງ, ພິເສດແມ່ນໃນບັນດາຄວາມມານະພະຍາຍາມນຳສ້າງສັນຕິພາບມາສູ່ຕາເວັນອອກກາງ ແລະ ອາຟຣິກາ ໃນປີ 2021.
ຍສໝ - ທ່ານນາງ Deborah Lyons ທູດພິເສດຂອງທ່ານ ເລຂາທິການໃຫຍ່ ສປຊ ກ່ຽວກັບອາບການິດສະຖານ ທັງເປັນຜູ້ນຳໜ້າ UNAMA ໃຫ້ຮູ້ວ່າ ວິວັດທະນາການເຈລະຈາສັນຕິພາບລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ກຳລັງຕາລີບານ ບັນລຸໄດ້ບາງຄວາມຄືບໜ້າ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນເລື່ອງສອງປະເທດບັນລຸໄດ້ຂໍ້ຕົກລົງກ່ຽວກັບຂໍ້ກຳນົດ ແລະ ລະບຽບການເຈລະຈາໃນວັນທີ 2 ທັນວາ 2020.
ຍສໝ - ຫວຽດນາມແລະອິນໂດເນເຊຍຕີລາຄາສູງບົດບາດຂອງສະຫະປະຊາຊາດ, AU ແລະບັນດາປະເທດໃນພາກພື້ນໃນການຊຸກຍູ້ສັນຕິພາບແລະສະຖຽນລະພາບຢູ່ັຊູດັງ
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິຊາການຂອງສາກົນ.
ຍສໝ - ທ່ານ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຂໍ້ລິເລີ່ມທີ່ເໝາະສົມ ເພື່ອແນໃສ່ຍົກສູງປະສິດທິຜົນການຮັກສາສັນຕິພາບ.
ຍສໝ - ນັກລາຍງານໄດ້ໃຫ້ຮູ້ວ່າສະຖານະການຍັງສືບຕໍ່ຮ້າຍແຮງຂຶ້ນຢູ່ໃນຫຼາຍແຫ່ງທີ່ເຢເມນ, ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະໄດ້ຮັບບາດເຈັບ; ເມື່ອສະແດງຄວາມວິຕົກກັງວົນຕໍ່ການບຸກໂຈມຕີຢູ່ Ma'rib ທີ່ນາບຂູ່ຕໍ່ສາມັນຊົນ ແລະ ມີຄວາມສ່ຽງນາບຂູ່ທຳລາຍບັນດາຄວາມມານະພະຍາຍາມຂອງ ສປຊ ໃນການເຈລະຈາສະເໜີສ້າງສັນຕິພາບລະຫວ່າງບັນດາຝ່າຍໃນຊຸມເດືອນທີ່ຜ່ານມາ.