ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນໝາກຜົນຂອງຫົວຂໍ້ “ຄົ້ນຄວ້າ, ຕີລາຄາສັງລວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ” ໂດຍສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ປະຕິບັດ; ຜ່ານນັ້ນ ວິເຄາະສະພາບການໃນປະຈຸບັນ ແລະ ບັນຫາທີ່ໄດ້ຍົກອອກມາໃນ 7 ຂົງເຂດສຳຄັນຄື: ດ້ານການເມືອງ, ການນຳ, ການຄຸ້ມຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການປ້ອງກັນ ແລະ ການຕອບໂຕ້ຕໍ່ຄວາມຮຸນແຮງທາງເພດ; ຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ການແຜ່ລະບາດ, ໄພພິບັດສິ່ງແວດລ້ອມ.
ຍສໝ-ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ໂດ້ຮຸ່ງຫວຽດ ໃນຂອບເຂດກອງປະຊຸມສະໄໝສາມັນ ຄັ້ງທີ 50,ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງການສົນທະນາປະຈຳປີກ່ຽວກັບສິດທິແມ່ຍິງຢູ່ Geneva,ສະວິດເຊີແລນ.
ຫວ່າງແລ້ວນີ້, ຢູ່ແຂວງກວ໋າງຈິ, ກະຊວງສຶກສາ ແລະກໍ່ສ້າງ ແລະອົງການ Plan International ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບໂຄງການ “ໂຮງຮຽນປອດໄພ, ເປັນມິດ ແລະສະເໝີພາບ” ຢູ່ແຂວງຮ່າຢາງ, ລາຍເຈົາ, ກວ໋າງບິ່ງ, ກວ໋າງຈິ້ ແລະກອນຕູມ ໄລຍະ 2018-2022.
ໂຄງການໄດ້ວາງເປົ້າໝາຍຮອດປີ 2025, ທຸກກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແຜນການ, ຜັນຂະຫຍາຍການເຄື່ອນໄຫວ ເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ
ເຖິງວ່າປະສົບຄວາມຫຍຸ້ງຍາກຍ້ອນໂຄວິດ - 19 ກໍ່ຕາມແຕ່ ຫວຽດນາມຍັງຄົງໝັ້ນໝາຍແລະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 28 ພະຈິກ 2019 ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.