ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ

ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ

ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ​ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ​ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່​ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງ ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.  

ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ແລະ ວັນສ້າງຕັ້ງ ເຫລົ່າຮົບສືບຂ່າວ 65 ປີ

ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ແລະ ວັນສ້າງຕັ້ງ ເຫລົ່າຮົບສືບຂ່າວ 65 ປີ

ການສະແດງກຳລັງ ພາຍໃຕ້ລະຫັດ “ຄົມໃນຟັກ-01 2020” ຂອງເຫລົ່າຮົບສືບຂ່າວ ກອງທັບປະຊາຊົນລາວ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ 1949) ແລະ ວັນສ້າງຕັ້ງເຫລົ່າຮົບສືບຂ່າວ ກອງທັບປະຊາຊົນລາວ ຄົບຮອບ 65 ປີ (25 ມັງກອນ 1954) ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ສະໜາມຝຶກແອບ ວິທະຍາຄານກົມມະດຳ. ໃຫ້ກຽດເຂົ້າຮ່ວມການສະແດງດັ່ງກ່າວ, ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາການນຳພັກ-ລັດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ພ້ອມດ້ວຍ ນາຍ ແລະ ພົນທະຫານ.