ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.
ຍສໝ - ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 5 ອາຍຸການ 2023-2028. ທ່ານ ເຈີ່ນແທັງເມີນ ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ຫົວໜ້າກຳມາທິການວັດທະນະທຳ ແລະ ການສຶກສາສະພາແຫ່ງຊາດ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ໄລຍະທີ V, ອາຍຸການ 2023-2028.