ຍສໝ - ແຕ່ວັນທີ 19 - 22 ກຸມພາ, ກອງປະຊຸມຂັ້ນລັດຖະມົນຕີອົງການອາຫານ ແລະ ການກະເສດ ສປຊ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ດຳເນີນໄປຢູ່ນະຄອນ Colombo, ປະເທດ ສີລັງກາ, ດ້ວຍໂຄງການດຳເນີນງານສຸມໃສ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນປ່ຽນລະບົບອາຫານ, ທັນຍາຫານ.
ໃນໄລຍະ 10 ເດືອນຕົ້ນປີ 2022, ຍອດວົງເງິນນຳເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ຄາດວ່າບັນລຸ 82,1 ຕື້ USD
ຍສໝ - ຫວ່ງແລ້ວນີ້, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ຈັດກອງປະຊຸມປຶກສາຫາລືການສົ່ງອອກໄປຍັງຕະຫຼາດສະວິດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງສູນກາງກ່ຽວກັບຫຼັກ ອະນາໄມຄວາມປອດໄພດ້ານສະບຽງອາຫານ, ເປັນປະທານກອງປະຊຸມທາງ ໄກທົ່ວປະເທດຜັນຂະຫຍາຍວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນປີໃໝ່ 2022.
ວັນທີ 24 ມິຖຸນາ, ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ (ທະຫານຊາຍແດນແຂວງເງະອານ) ໄດ້ຈັດຕັ້ງການພົບປະ, ແລກປ່ຽນ, ແຈ້ງສະພາບການຄຸ້ມຄອງ, ປ້ອງກັນຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ, ສປປ ລາວ ຮັບຊາບ.
ຍສໝ - ໃນເດືອນມິຖຸນາປີ 2021, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງບິ່ງດິ້ງ ໄດ້ຮຽກຮ້ອງວ່າ 100% ກຳປັ່ນຫາປາຢູ່ແຂວງບິ່ງດິ້ງ ຕ້ອງມີໃບຢັ້ງຢືນຄວາມປອດໄພດ້ານສະບຽງອາຫານ.
ຍສໝ - ຫວຽດນາມ ບັນລຸ 64,9 ຄະແນນ, ຢືນອັນດັບທີ 54 ໃນຈໍານວນ 113 ປະເທດໃນໂລກ ແລະ ຢືນອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກສ່່ຽງໃຕ້.
ເມື່ອເວົ້າເຖິງການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຢູ່ໃນກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII ໄວ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຫັນແຜນຍຸດທະສາດພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດເປັນໂຄງການລະດັບຊາດຄື: ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການສົ່ງເສີມຜະລິດເປັນສິນຄ້າ.