ເຄືອຂ່າຍສະຖານກົງສຸນກິດຕິມະສັກ ເຊື່ອມຕໍ່ ຫວຽດນາມ ກັບໂລກ
ຍສໝ - ວັນທີ 30 ກໍລະກົດ ຢູ່ ກວາງນິງ, ກະຊວງການຕ່າງປະເທດ ປະສານສົມທົບກັບ ຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດກອງປະຊຸມສະຖານກົງສຸນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດ ຄັ້ງທີ 2. ເຂົ້າຮ່ວມກອງປະຊຸມ ມີ ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ, ບັນດາກົງສຸນກິດຕິມະສັກ ຫວຽດນາມ ຈາກທົ່ວໂລກ ພ້ອມດ້ວຍຜູ້ແທນເກືອບ 100 ຄົນ ຕາງໜ້າໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ສະມາຄົມ.