ງານເທດສະການ ສະຕາດອັບລາວ 2020 ຈັດຂຶ້ນ ແຕ່ວັນທີ 3-6 ທັນວານີ້
ງານເທດສະການ ສະຕາດອັບລາວ 2020 ຈະດໍາເນີນໄປເປັນເວລາ 4 ວັນ, ແຕ່ວັນທີ 3-6 ທັນວາ 2020 (ວັນພະຫັດ ຫາ ວັນອາທິດ). ໃນງານປະກອບ 3 ປະເພດກິດຈະກໍາຕົ້ນຕໍ ເປັນຕົ້ນແມ່ນ ການສົນທະນາຂອງຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ຜູ້ປະກອບກິດຈະການສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ.