ສານອວຍພອນ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 98 ປີ
ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 98 ປີ, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ສະມາຊິກພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງ ຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.