ວັນວັດທະນະທຳ ຫວຽດນາມ: “ຈຸດນັດພົບ” ແຫ່ງເອກະລັກ ແລະ ພະລັງແຮງພາຍໃນ
ຍສໝ - ການເລືອກເອົາວັນທີ 24 ພະຈິກ ຂອງທຸກໆປີ ເປັນວັນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ແມ່ນການເພີ່ມວັນພັກອີກໜຶ່ງວັນເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງບົດບາດສຳຄັນຂອງວັດທະນະທຳ ໃນຍຸດທະສາດແຫ່ງການພັດທະນາປະເທດຊາດ. ສິ່ງດັ່ງກ່າວ ໄດ້ຮັບຄວາມຫວັງວ່າຈະກາຍເປັນ “ຈຸດນັດພົບທາງດ້ານຈິດໃຈ” ຂອງທົ່ວສັງຄົມ, ເປີດໂອກາດໃຫ້ວັດທະນະທຳແຊກຊຶມເຂົ້າສູ່ຊີວິດການເປັນຢູ່ຢ່າງເລິກເຊິ່ງ, ກາຍເປັນແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງຍືນຍົງ.