ລາວ: ບູລະນະປະຕິສັງຂອນວັດວິຊຸນ ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດ ຢູ່ ຫລວງພະບາງ

ລາວ: ບູລະນະປະຕິສັງຂອນວັດວິຊຸນ ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດ ຢູ່ ຫລວງພະບາງ

ວັດວິຊຸນ ເປັນສະຖານທີ່ອັນສໍາຄັນ ທາງດ້ານປະຫວັດສາດ ຂອງຊາດລາວ ແລະ ໄດ້ສ້າງຂຶ້ນໃນສັດຕະວັດທີ 16 ໃນຍຸກພະເຈົ້າ ວິຊຸນນະລາດ, ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດ ຢູ່ໃນຫລວງພະບາງ ແລະ ເປັນຈຸດສູນກາງແຫ່ງການຮຽນຮູ້ ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາ ຫລາຍກວ່າ 500 ປີ.