ແຂວງແທງຮວ່າ ຜັນຂະຫຍາຍຫຼາຍວິທີແກ້ໄຂຢ່າງຄົບຊຸດເພື່ອສ້າງການປະມົງແບບຍືນຍົງ
ຍສໝ - ຄາດວ່າໃນທ້າຍປີນີ້, ທີມງານກວດກາຂອງຄະນະກຳມະການເອີຣົບ (EC) ຈະໄປຢ້ຽມຢາມຫວຽດນາມເພື່ອກວດກາການປະຕິບັດຂໍ້ກຳນົດຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU). ໃນຖານະທີ່ເປັນທ້ອງຖິ່ນທີ່ມີອຸດສາຫະກຳປະມົງພັດທະນາ ແລະ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກກົດລະບຽບ IUU, ບໍ່ດົນມານີ້, ແຂວງແທງຮວ່າ ໄດ້ຈັດຕັ້ງປະຕິບັດຫຼາຍວິທີແກ້ໄຂພ້ອມໆກັນເພື່ອສ້າງການປະມົງແບບຍືນຍົງ, ເຂົ້າຮ່ວມຢ່າງຕັ້ງໜ້າກັບທົ່ວປະເທດໃນການກຽມພ້ອມທີ່ຈະຕ້ອນຮັບທີມງານກວດກາ EC, ເພື່ອແນໃສ່ລຶບລ້າງ "ບັດເຫຼືອງ" ສຳລັບການປະມົງ.